top of page
Search

ເຊີນທ່ຽວ ອ່າງ​ນ້ຳ​ງືມ​ແຂວງວັນ​ຈັນ ທະເລຂອງຄົນລາວ

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ໄປ​ທ່ຽວ​ທະ​ເລ​​ຂອງ​ເມືອງລາວ ອ່າງ​ນ້ຳ​ງືມ​ແຂວງວັນ​ຈັນ. ຫ​າກວ່າ​ເປັນ​ຄົນ​ລາວ, ຫລາຍໆ​ຄົນ​ຄົງ​ຈະ​ເຄີຍ​ໄດ້​ຍິນ​ຜ່ານ​ຫູ​ກັນ​ມາ​ແດ່​ແລ້ວ​ວ່າ ທະ​ເລ​ລາວ, ແລະ ຫລາຍໆ​ຄົນ​ຄົງ​ເຄີຍ​ໄປ​ມາ​ແລ້ວ​, ນັ້ນ​ກໍ່​ອ່າງ​ນ້ຳ​ງືມ ຫລື ເຄືອນ​ນ້ຳ​ງ​ືມ​ນັ້ນ​ເອງ​ເນືອງ​ຈາກວ່າ​ເປັນ​ນ້ຳ​ທີ່​ໃຫຍ່ ແລະ ກ້​ວາງ​ຂວາ​ງ​ ແລະ ມີ​ໜູ່​ເກາະ ເລັກໆ​ນ້ອຍໆຫລາຍ ເລີຍ​ເຮັດ​ໃຫ້​ຫລາຍໆ​ຄົນ​ເອີ້ນ​ວ່າ ທະ​ເລ​ລາວ, ເຊິງເຂື່ອນນ້ຳງື່ມ 1 ໄດ້ກັ້ນນ້ຳງື່ມຢູ່ໃນບໍລິເວນແຂວງວຽງຈັນ, ເຊິ່ງຍອດນ້ຳງື່ມແທ້ໆ ແມ່ນມາແຕ່ແຂວງຊຽງຂວາງ. ຫຼັງຈາກການກັ້ນນ້ຳງື່ມ ທາງໜ້າເຂື່ອນຈຶ່ງກາຍເປັນທະເລສາບຂະໜາດໃຫຍ່ ສຸດສາຍຫູສາຍຕາ ມີເກາະດອນຢັ້ງຢາຍທົ່ວໄປເປັນບ່ອນ ແທ້ໆແລ້ວ ບັນດາເກາະດອນນີ້ກໍ່ຄື ຈອມພູທີ່ເຫຼືອຈາກການຖືກນ້ຳຖ້ວມນັ້ນເອງ ຕອນນີ້ຈຶ່ງກາຍເປັນບ່ອນພັກຜ່ອນ ແລະ ບ່ອນທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ກັບພໍ່ຄ້າແມ່ຂາຍແຖວນັ້ນ ເຊິ່ງມີທັງຮ້າຍຂາຍເຄື່ອງ, ເຮືອແພ, ເຮືອນຳທ່ຽວ ທີ່ມີທັງຊະນິດທີ່ນັ່ງໄປລ້າໆ ກັບຊະນິດທີ່ນັ່ງໄປກິນໄປ ສຳລັບລາຄາຄ່າເຊົ່າເຮືອກໍບໍ່ແພງ ພໍໄປພໍມາຢູ່ ສ່ວນທີ່ພັກກໍມີໂຮງແຮມແດນສະຫວັນ ຣີສອດ ໃຫ້ບໍລິການ ໄດ້ມາດຕະຖານສູງ ກິດຈະກໍາທີ່ນັກທ່ອງທ່ຽວທີ່ນິຍົມຫຼາຍໃນການໄປພັກຜ່ອນ, ລ່ອງເຮືອ,ກິນປາ, ຂີ່ເຈ໌ດສະກີ, ທ້າຍອາທິດກັບຄອບຄົວ ແລະ ໝູ່ເພື່ອນ.

ພາບ: laopost.com

ເສັ້ນທາງການທ່ອງທ່ຽວທະເລສາບ ແມ່ນ ມີໃຫ້ແວ່ຈຸດຊົມວິວ ເປັນອາຄານສີຂາວໂລ່ງ ມີຂັ້ນໄດຂຶ້ນເປັນກຽວກ້ຽວຂຶ້ນຕັ້ງຢູ່ກາງທະເລສາບ ແລະ ມີແຫຼ່ງທ່ອງທ່ຽວອີກສອງແຫ່ງຄື ດອນທ້າວ ແລະ ດອນນາງ. ຟັງຊື່ແລ້ວອາດຈະຈິນຕະນາການ ວ່າເປັນດອນທີ່ີມີເລື່ອງ ລາວກ່ຽວກັບຄວາມຮັກຂອງບ່າວສາວ ຫຼື ນິທານຕຳນານຮັກພື້ນເມືອງຢ່າງແນ່ນອນ ແຕ່ຄວາມຈິງແລ້ວຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ວ່າ ນັ້ນເປັນບ່ອນທີ່ກັບຂັງນັກໂທດ ທີ່ີມີການເຝິກສອນວິຊາຊີບຈັກສານຕ່າງໆໃຫ້ເປັນຢ່າງດີ. ໄປ​ທ່ຽວ​ທະ​ເລ​​ຂອງ​ເມືອງລາວ ອ່າງ​ນ້ຳ​ງືມ​ແຂວງວັນ​ຈັນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page