ເຈດຈໍານົງຂອງລັດຖະບານໃນການສົ່ງເສີມ ແລະ ກໍ່ສ້າງພື້ນຖານເສດຖະກິດລາວ
- Superphil Phil
- Jul 11, 2020
- 1 min read
ໂອກາດເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ).
ປະຈະບັນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຖືເປັນແຜນວຽກບຸລິມະສິດໜຶ່ງຂອງ ສປປ ລາວ, ເຊິ່ງ ວນກກວມເອົາ 90 ສ່ວນຮ້ອຍ ຂອງຈຳນວນບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ແລະ ເປັນພາກສ່ວນທີ່ສາມາດຊ່ວຍເສີມສ້າງຮາກຖານຄວາມເຂັ້ມຂອງຂອງເສດຖະກິດລາວ ກໍຄືການສ້າງວຽກເຮັດງານທຳໄດ້ຢ່າງຫຼວງຫຼາຍ, ສາມາດປັບປຸງຄຸນນະພາບຂອງການຜະລິດ, ສ້າງລາຍຮັບ ແລະ ປະກອບສ່ວນເຂົ້າໃນການເຮັດໃຫ້ປະຊາຊົນລາວ ຢູ່ດີກິນດີຍິ່ງຂຶ້ນ.
ຕາມລາຍງານຂອງ targetlaos ໃຫ້ຮູ້ວ່າ: ຕໍ່ກັບການສົ່ງເສີມ ວນກ ນັ້ນ ກໍແມ່ນເລື່ອງສະພາບແວດລ້ອມທາງດ້ານທຸລະກິດ ເຊິ່ງຂໍ້ຫຍຸ້ງຍາກຕົ້ນຕໍທີ່ ວນກ ກຳລັງປະເຊີນຢູ່ ນັ້ນກໍຄື ການເຂົ້າເຖິງແຫຼ່ງທຶນ, ອີງຕາມກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 061/ປປທ ລົງວັນທີ 16/01/2012 ໄດ້ສະແດງອອກໃຫ້ເຫັນເຖິງເຈດຈໍານົງຂອງລັດຖະບານໃນການສົ່ງເສີມ ແລະ ກໍ່ສ້າງພື້ນຖານເສດຖະກິດລາວ ຜ່ານ 13 ກິດຈະກຳສົ່ງເສີມຄວາມເຂັ້ມແຂງຂອງ ວນກ ເຊິ່ງໜຶ່ງໃນນັ້ນກໍແມ່ນປະກອບມີ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ການເຂົ້າເຖິງແຫຼ່ງທຶນ, ນະໂຍບາຍດ້ານພາສີ-ອາກອນ, ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ, ການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ, ການຮ່ວມມືທຸລະກິດ ລະຫວ່າງ ວນກ ກັບວິສາຫະກິດຂະໜາດໃຫຍ່ ແລະ ຂອງຕ່າງປະເທດ. ການເພີ່ມຜະລິດຕະພັນ, ການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ, ການຮ່ວມກຸ່ມທຸລະກິດ, ສະຖານທີ່ປະກອບກິດຈະການ, ການສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ການນຳໃຊ້ ແລະ ປົກປ້ອງຊັບສິນທາງປັນຍາ ແລະ ການສະໜອງການເຂົ້າເຖິງຂໍ້ມູນຂ່າວສານ. ໂອກາດເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commentaires