top of page
Search

ເງິນເຟີ້ ແລະ ເງິນຝືດ ມີຄວາມໝາຍແນວ​ໃດ ?

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ຄໍາວ່າ: ເງິນເຟີ້ ແລະ ເງິນຝືດ ມີຄວາມໝາຍຈັງໃດ ? ໃຜທີ່ອ່ານຂ່າວ ຫຼື ຟັງຂ່າວກ່ຽວ​ກັບເສດຖະກິດ​ການ​ເງິນໄລຍະນີ້ກໍ່ອາດຈະຮູ້ວ່າປັນຫາເລື່ອງເສດຖະກິດຂອງໂລກບໍ່ວ່າຈະເປັນປະເທດໃດກໍ່ຕາມລ້ວນແລ້ວແຕ່ພົບກັບວິກິດການທາງດ້ານເສດຖະກິດຕົກຕໍ່າ ສະນັ້ນ, ປະ​ເທດລາວ​ຍັງເປັນປະເທດທີ່​ນຳຫຼັງ​ຫລາຍໆ​ປະ​ເທດພໍສົມຄວນ ແລະ ປະ​ຈຸ​ບັນ​ນີ້​ເງິນ​ກີບ​ກໍ່​ຖືວ່າ​ຕ່ຳ​ລົງ​ຫ​ລາຍ, ທັງ​ຍັງ​ເປັນ​ບັນ​ຫາ​ທີ່​ພະ​ນັກ​ງານ​ຫລາຍ​ຄົນ​ທັກ​ທ້ວງ​ກັນ​ຢູ່​ເນື່ອງ​ຈາກ​ຄ່າ​ເງິນ​ກີບ​ທີ່​ເຟີ້ ແລະ ຄ່າ​ຄອງ​ຊີບ​ທີ່ນັບມື້​ນັບ​ສູງ​ຂື້ນ​ຖືວ່າ​ລາວ​ເຮົາກໍາລັງພົບກັບບັນຫາທາງດ້ານເງິນເຟີ້​ຫລາຍ​ເຕີບ. ສະ​ນັ້ນ​ໃນ​ນີ້​ເຮົາ​ຈະ​ມາ​ເວົ້າ ແລະ ມາ​ອະ​ທິ​ບາຍ​ກ່ຽວ​ກັບ​ຄຳ​ສັບ​ທີ່​ວ່າ ເງິນ​ເຟີ້ ແລະ ເງິນ​ຝືດ​ກັນ, ດັ່ງ​ທີ່​ໄດ້ເວົ້າ​ມາ​ແລ້ວ, ​ດ້ວຍລາຍຮັບໜ້ອຍ ແຕ່ ລາຍຈ່າຍຫຼາຍ ຄ່າຄອງຊີບສູງ ຄ່າແຮງງານໃນ​ບັນ​ດາ​ໂຮງ​ຈັກ​ໂຮງ​ງານ ແມ່ນ​ແຕ່​ພະ​ນັກ​ງານ​ຂອງ​ລັດ​ເອງ​ກໍ່​ຖື​ວ່າ​ຍັງຕໍ່າຢູ່​ສ່ວນ​ຄ່າ​ເງິນ​ໂດ​ລາ ແລະ ​ເງິນ​ບາດ​ຂອງ​ໄທ​ສູງ​ຂື້ນ​ຫລາຍກໍ່ເລີຍເກີດສະພາວະ​ເງິນ​ກີບ​ຕ່ຳ​ລົງ​ ເອີ້ນ​ວ່າ “ເງິນເຟີ້” ແລະ ເຮັດ​ໃຫ້​ການ​ຈັບ​ຈ່າຍຂອງ​ປະ​ຊາ​ຊົນ​ຕ້ອງ​ໄດ້​ປະ​ຫຍັດ​ມະ​ທະ​ຢັດ​ຈົນ​ເຮັດ​ໃຫ້​ກາຍ​ເປັນ​ສະ​ພາບ​ເອີ້ນ​ວ່າ “ເງິນຝືດ” ເກີດຂຶ້ຍຢ່າງໃນປັດຈຸບັນ ສະນັ້ນ, ເຮົາມາຮູ້ຈັກຄວາມໝາຍຂອງເງິນ​ເຟີ້ ແລະ ເງິນ​ຝືດນໍາກັນເລີຍ.

ເວົ້າ​ລາວ​ກັນ

1. ເງິນເຟີ້ ຄື: ພາວະການທີ່ລະດັບລາຄາສິນຄ້າ ແລະ ການບໍລິການໂດຍທົ່ວໄປເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫາກເງິນເຟີ້ເພີ່ມຂຶ້ນແຕ່ພຽງເລັກນ້ອຍ ເປັນປົກກະຕິຈະສ້າງແຮງຈູງໃຈແກ່ຜູ້ປະກອບການ. ແຕ່ເພີ່ມຂຶ້ນຫຼາຍ ແລະ ຜັນຜວນ ກໍ່ຈະສ້າງຄວາມບໍ່ແນ່ນອນ ແລະກໍ່ໃຫ້ເກີດປັນຫາຕໍ່ລະບົບເສດຖະກິດໂດຍສະເພາະການຄອງຊີບຂອງປະຊາຊົນ ແລະ ການຂາດສະຖຽນລະພາບທາງເສດຖະກິດ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດ. 2.ເງິນຝືດ ຄື: ພາວະການທີ່ລະດັບລາຄາສິນຄ້າ ແລະ ການບໍລິການຫຼຸດລົງຢ່າງຕໍ່ເນື່ອງຊຶ່ງມີຄວາມໝາຍກົງກັນຂ້າມກັບຄໍາວ່າເງິນເຟີ້ ທັງນີ້ອາດມີສາເຫດຫຼາຍປະການ ເຊັ່ນ: ການເພີ່ມຂຶ້ນຂອງອຸປະທານ ການຫົດຕົວຂອງອຸປະສົງ ການຫຼຸດລົງຂອງຕົ້ນທຶນ ຈາກປັດໃຈອັດຕາແລກປ່ຽນຫຼືມາດຕະການປັບຫຼຸດພາສີ ແລະ ການທີ່ປະລິມານເງິນໝູນວຽນມີບໍ່ພຽງພໍຕໍ່ຂະໜາດຂອງລະບົບເສດຖະກິດເປັນຕົ້ນ. ອະ​ທິ​ບາຍ​ພາ​ສາ​ລາວຄໍາວ່າ: ເງິນເຟີ້ ແລະ ເງິນຝືດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page