top of page
Search

ເງິນກີບອ່ອນຄ່າຕໍ່ເນື່ອງ ແລະ ມີ​ຄວາມຜັນຜວນຫລາຍໃນຮອບ 4 ປີ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ເງິນກີບອ່ອນຄ່າຕໍ່ເນື່ອງ ແລະ ມີ​ຄວາມຜັນຜວນຫລາຍໃນຮອບ 4 ປີ.

ດັ່ງ​ທີ່​ເຮົາ​ຮູ້​ ແລະ ປະ​ສົບ​ພົບ​ພໍ້​ຕົວ​ຈິງດ້ວຍ​ຕົວ​ເອງ​ຢູ່​ໃນ​ປະ​ຈຸ​ບັນ​ນີ້, ຄ່າ​ເງິນ​ກີບ​ຂອງ ລາວ ເຮົາ​ອ່ອນ​ຄ່າ​ລົງ​ຫລາຍ​ເມື່ອ​ທຽບ​ກ​ັບ​ສະ​ກ​ຸນ​ເງິນ​ອື່ນໆ ເປັນ​ຕົ້ນ​ແມ່ນ​ຖ້າ​ທຽບ​ໃສ່​ສະ​ກ​ຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ ແລະ ໂດຍ​ສະ​ເພາະ​ແມ່ນ​ສະ​ກ​ຸນ​ເງິນ​ບາດ​ຂອງ​ປະ​ເທດ​ໄທ ເຊິ່ງ​ເປັນ​ປະ​ເທດ​ເພືອນ​ບ້ານ​ຂອງ​ເຮົາ​ເອງ ແລະ ຫລາຍໆ​ສິນ​ຄ້າ​ແມ່ນ​ໄດ້​ນຳ​ເຂົ້າ​ມາ​ຈາກ​ປະ​ເທດ​ໄທ, ຈາກ​ຄ່າ​ເງິນ​ກີບ​ທີ່​ຕ່ຳ​ລົງ​ຫລາຍ​ເຮັດ​ໃຫ້​ການ​ນຳ​ເຂົ້າ​ສົ່ງ​ອອກ​ໄດ້​ຮັບ​ຜົນ​ກະ​ທົບ​ຫລາຍ.

ພາບ: targetlaos.com

ເຮົາ​ມາ​ເບິ່ງການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74 ກີບ ໃນ ວັນທີ 2 ກໍລະກົດນີ້. ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ. ​ຄ່າ​ເງິນ​ກີບ​ຜັນ​ຜວນ ແລະ ອ່ອນ​ລົງ​ຕໍ່​ເນື່ອງໃນ​ຮອບ 4 ປີ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page