top of page
Search

ເຂດເສດຖະກິດພິເສດບຶງທາດຫລວງ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫລາຍຂຶ້ນ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ເຂດເສດຖະກິດພິເສດບຶງທາດຫລວງ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫລາຍຂຶ້ນ. ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ, ເຊິ່ງຕັ້ງຢູ່ໃຈກາງຕົວເມືອງນະ ຄອນຫລວງວຽງຈັນ ທີ່ຈະພັດທະນາເປັນຕົວເມືອງໃໝ່ທັນສະໄໝ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດພາຍໃນປີ 2030 ແລະ ຈະສາມາດດຶງດູດບັນດານັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫລາຍຂຶ້ນ. ໂຄງການພັດທະນາເຂດເສດຖະກິດພິເສດ ບຶງທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ສິງຫາ 2020 ນີ້ວ່າ: ການພັດທະນາໂຄງການດັ່ງກ່າວ, ແມ່ນເລີ່ມມາແຕ່ປີ 2012 ແລະ ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງຫລາຍຢ່າງ ເຊັ່ນ: ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດຫລວງ, ຕະຫລາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ.

ພາບ: ອ່າຍຄຳ

ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ, ສະຖານທີ່ພັກຜ່ອນ ແລະ ອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ່ ທີ່ ກົມກືນກັບວັດທະນະທຳທ້ອງຖິ່ນ. ພາຍຫຼັງທີ່ສ້າງສໍາເລັດຄາດວ່າຈະສາມາດດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ຈະເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ, ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ. ພ້ອມກັນນັ້ນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ. ບຶງທາດຫລວງໃໝ່ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າລາວຫລາຍຂຶ້ນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page