ເຂດວັງວຽງທາງລົດໄຟ ລາວ-ຈີນ ສຳເລັດ 90%
- Superphil Phil
- Apr 10, 2020
- 1 min read
ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%
ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%.

ຮູບຈາກ: targetlaos.com
ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ.
ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ, ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ມີຜົນສຳເລັດຕາມແຜນການ ແຕ່ສະເພາະວຽກໂຈະອຸໂມງ ເຫັນວ່າມີຄວາມລ້າຊ້າເລັກໜ້ອຍ ຊຶ່ງປະຕິບັດໄດ້ປະມານ 65% ເນື່ອງຈາກເຈາະພົບຫີນດຳແຂງ ແລະ ພົບນໍ້າບາດານໄດ້ເຮັດໃຫ້ນໍ້າທະລຸອອກມາຈຳນວນຫຼາຍ ແລ້ວໄປພັດເອົາດິນ ແລະ ເສດຫີນໄຫຼອອກສູ່ສາຍນໍ້າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອ້ອມຂ້າງ ດັ່ງນັ້ນ, ຈຶ່ງໄດ້ເພີ່ມຄວາມລະມັດລະວັງໃນການເຈາະຊີອຸໂມງໃຫ້ມີວິທະຍາສາດສູງຕາມມາດຕະຖານສາກົນ ໂດຍສະເພາະແມ່ນຮັບປະກັນຜົນກະທົບດ້ານສິ່ງແວດລ້ອມ.

ຮູບຈາກ: targetlaos.com
ເບິ່ງລາຍລະອຽດເພີ່ມໄດ້ທີ່: ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດ 90%
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments