ເຂົ້າໝົມໝໍ້ທອດ ຫລວງພະບາງ ທີ່ແຊບ ແລະ ຕ້ອງລອງ
- Superphil Phil
- Mar 18, 2020
- 1 min read
ໃຜແນ່ຮູ້ຈັກ ເຂົ້າສະຕຸກ້ອນສະຕຸຜົງ ? ເຂົ້າໝົມໝໍ້ທອດ ຫລວງພຣະບາງ ມີປະຫວັດທີຍາວນານເຖິງສະໄຫມພຸທທະກາຣ
ເຄີຍອ່ານພຸດທະປະຫວັດ ທີ່ພໍ່ຄ້າສອງພີ່ນ້ອງຕະປຸດສະ ແລະ ພັນລິກະທີ່ກຳລັງລຳລຽງສິນຄ້າດ້ວຍ ໕໐໐ ເຫລັ້ມກວຽນ ຜ່ານມາໃກ້ສະຖານທີ່ພຣະພຸດທະເຈົ້າປະທັບສະເຫວີຍວິມຸດຕິສຸຂຈາກການຕັດສະຮູ້ໃໝ່ໆ ໃນແຄ້ວນອຸຣຸເວລາເສນານິຄົມ.ເມື່ອນັ້ນທັງ ໒ ພີ່ນ້ອງ ໄດ້ນຳເອົາອາຫານຖວາຍແດ່ພຣະພຸດທະອົງຄ໌ ເຊິ່ງປະເພດຂອງອາຫານແມ່ນ ເຂົ້າສະຕຸກ້ອນ ສະຕຸຜົງ.

ພາບ: laosjourney.com
ເຂົ້າສະຕຸກ້ອນສະຕຸຜົງທີ່ວ່ານີ້ ຜູ້ຂຽນເອງນັບແຕ່ເກີດໄດ້ໃຫຍ່ມາ ກໍຫາກໍໄດ້ມີໂອກາດພົບພໍ້ເປັນເທື່ອທຳອິດ ຢູ່ນະຄອນຫລວງພຣະບາງນີ້ເອງ ດັ່ງທີ່ເຫັນຢູ່ໃນຮູບ.ເຫດໃດຜູ້ຂຽນຈິ່ງຮູ້ວ່າ ເຂົ້າສະຕະກ້ອນ ສະຕຸຜົງ ເພາະວ່າຜູ້ນັ່ງຮ່ວມພາດຽວກັນມີພຣະພະມ້າທີ່ຢູ່ໃກ້ຊາຍແດນອິນເດຍ ແລະຖືພາດສະປອດອິນເດຍເອີ່ຍຂຶ້ນວ່າ “ສະຕຸ ສະຕຸ” ຫລັງຈາກທີ່ຂ້າພະເຈົ້າໄດ້ຍື່ນເຂົ້າໜົມນີ້ໃຫ້ສັນ.
ປ.ລ.ໃນປະເທດລາວ ມີເຂົ້າສະຕຸກ້ອນສະຕຸຜົງ ຄົງຈະຢູ່ແຂວງຫລວງພຣະບາງແຫ່ງດຽວເທົ່ານັ້ນ

ພາບ: laosjourney.com
ຮູບພາບແລະບົດຄວາມ ຈາກພຣະອາຈາຣຍ໌ ໄຊຍະເດດ ວົງໂສພາ : Sayadej VP ໃນໂຄງການທັມມະຍາດຕາ 5 ແຜ່ນດິນ ທີຄະນະສົງເພິ່ນເດິນທາງໃສຢ້ຽມຢາມແຂວງຫລວງພຣະບາງ ແລະໄດ້ມີໂອກາດສັນເຂົ້າຫມໍ້ທອດ ມື້ນີ້ຈຶ່ງຮູ້ທີມາທີໄປປະຫວັດຂອງຄວາມເປັນມາຂອງເຂົ້າໜົມແບບນີ້ແລ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments