ເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຍັງຂາຍໄດ້ປົກກະຕິ ຕາມຈຸດທີ່ກຳນົດໄວ້.
- Superphil Phil
- Oct 30, 2020
- 1 min read
ເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຍັງຂາຍໄດ້ປົກກະຕິ ຕາມຈຸດທີ່ກຳນົດໄວ້. ຕາມການຖະແຫຼ່ຂອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະຈຸດທີ່ຄະນະກຳມະການຮັບຜິດຊອບກຳນົດໃຫ້ຊື່ງຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງລຸ່ມພະທາດຫລວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫລວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫລວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫລາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫລົ້າ ແລະງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສ່ວນຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ,ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້ານຂາຍເຂົ້າຫລາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫລາຍຈຸດ ຊຶ່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະຈັດສັນໄວ້ຢ່າງລະອຽດ ເພື່ອຫລີກເວັ້ນຄວາມສ່ຽງ ແລະປ້ອງກັນພະຍາດໂຄວິດ19. ຊີ້ແຈງກ່ຽວກັບການຂາຍເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments