top of page
Search

ເຂື່ອນໄຟຟ້າ ແລະ ຕາດນໍ້າລອງແຫຼ່ງທ່ອງທ່ຽວທໍາມະຊາດ ເມືອງລອງແຂວງຫຼວງນ້ຳທາ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ແຫຼ່ງທ່ອງທ່ຽວທໍາມະຊາດເຂື່ອນໄຟຟ້າ ແລະ ຕາດນໍ້າລອງ

ນໍ້າຕົກຕາດນໍ້າລອງຕັ້ງຢູ່ ທິດເໜືອຕິດ ກັບ ເຂືອນໄຟຟ້ານໍ້າລອງ ທິດຕາເວັນຕົກ ຕິດກັບ ບ້ານນໍ້າໂບ ທິດຕາ ເວັນອອກ ແລະ ທິດໃຕ້ຕິດກັບ ປ່າສະຫງວນຂອງເມືອງ ຕາດນໍ້າລອງເປັນນໍ້າຕົກທີ່ ມີຄວາມສູງ 36 ແມັດ ນອນຢູ່ໃນຂອບເຂດປ່າສະຫງວນຂອງເມືອງ

ພາບ fb: Muanglong Tourism

ໃນບໍລິເວນນໍ້າຕົກ ຕາດ ຍັງເຕັມໄປດ້ວຍຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ມີທິວທັດທີ່ສວຍງາມ ມີປ່າດົງອັນຕຶບໜາ ສັດສາວາສິ່ງນາໆຊະນິດ ທີ່ອາໃສ່ຢູ່ຮ່ວມກັນເຊັ່ນ: ເຍືອງ, ກວາງ, ຟານ, ລີງ, ກະຮອກ ແລະ ສັດຫາຍາກນາໆຊະນິດ.ປະຫວັດແຫລ່ງທ່ອງທ່ຽວ: ຕາດນໍ້າລອງເປັນສະຖານທີ່ທ່ອງທ່ຽວ ທາງດ້ານທໍາມະຊາດແຫ່ງໜຶ່ງ ທີ່ມີຄວາມສວຍງາມ ເປັນນ້ຳຕົກຕາດທີ່ມີຂະໜາດໃຫຍ່ກວ່າໝູ່ ໃນບັນດານໍ້າຕົກຕາດຢູ່ພາຍໃນເມືອງ ຕາດນໍ້າລອງເອີ້ນຊື່ ຕາມສາຍແມ່ນໍ້ານໍ້າຕົກແຫ່ງນີ້ໄດ້ຮັບການສໍາຫຼວດ ຄັ້ງທໍາອິດໃນ ປີ 2009 ໂດຍທີມງານຫ້ອງການ ທ່ອງທ່ຽວເມືອງລອງ ແລະ ເປີດນໍາໃຊ້ບໍລິການ ເປັນລາຍການທ່ອງທ່ຽວເຊີ່ງອານຸລັກ (ທ່ອງທ່ຽວຍ່າງປ່າ) ໃນລາຍການ 2 ວັນ 1 ຄືນ ຂອງຫ້ອງການທ່ອງທ່ຽວ ໃນເມືອກ່ອນມາຮອດວັນທີ່ 13 ມີນາ 2011 ໄດ້ມີພິທີເຊັນສັນຍາ (CA) ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍນໍ້າລອງ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ກັບ ບໍລິສັດ ນໍ້າລອງ ພາວເວີ ຈໍາກັດ ເຊີ່ງ ນໍ້າຕົກຕາດດັ່ງກ່າວໄດ້ນອນຢູ່ໃນຂອບເຂດສຳປະທານ ຂອງບໍລິສັດ ນໍ້າລອງ ພາວເວີ ແລະ ໄດ້ຮັບການສຳປະທານເພື່ອສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ ໃນອານາຄົດ ຕາມບົດວິພາກເສດຖະກິດຂອງບໍລິສັດດວງປະເສີດການຄ້າ ແລະ ທ່ອງທ່ຽວທ່າແຮງ – ທາງດ້ານເສດຖະກິດ: ແຫຼ່ງທ່ອງທ່ຽວແຫ່ງນີ້ຫາກໄດ້ຮັບການພັດທະນາຕາມບົດວິພາກເສດຖະກິດເພື່ອສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນຂອງບໍລິສັດ ດວງປະເສີດ ທ່ອງທ່ຽວ (ບໍລິສັດນໍ້າລອງ ພາວເວີ ຈໍາກັດ) ຈະກາຍເປັນສ່ວນໜຶ່ງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເມືອງລອງ ສາມາດສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໄດ້ເປັນຢ່າງດີ ຈະເກີດໃຫ້ມີການສ້າງວຽກເຮັດງານທໍາ ການນໍາໃຊ້ສີມືແຮງງານຂອງປະຊາຊົນທີ່ເຂົ້າຮ່ວມກິດຈະກໍາ ເຊັ່ນ: ການທໍາການຜະລິດກະສິກໍາເພື່ອຕອບສະໜອງໃຫ້ແກ່ນັກທ່ອງທ່ຽວ, ການຜະລິດເຄື່ອງຫັດຖະກໍາຂອງເຜົ່າ, ເຄື່ອງທີລະນຶກ ແລະ ເຮືອນພັກແຮມຊາວບ້ານ (Home stay) ເຊີ່ງຈະກາຍເປັນສ່ວນໜຶ່ງໃນການສ້າງລາຍຮັບໃຫ້ປະຊາຊົນທີ່ອາໃສ່ຢູ່ບໍລິເວນໃກ້ຄຽງ. ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດນໍ້າລອງ ແລະ ເຂື່ອນໄຟຟ້ານ້ຳ​ລອງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page