ເກືອບສອງປີແລ້ວປຸກສ້າງເຮືອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊຍັງບໍ່ສໍາເລັດ.
- Superphil Phil
- Jul 11, 2020
- 1 min read
ເກືອບສອງປີແລ້ວປຸກສ້າງເຮືອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊຍັງບໍ່ສໍາເລັດ.
ຜ່ານມາແລ້ວເກືອບສອງປີ, ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ວັນທີ 23 ກໍລະກົດ 2018, ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບປະຊາຊົນພາຍໃນພື້ນທີ່ ເຮັດໃຫ້ມີຜູ້ເສຍຊີວິດຈ່ຳນວນຫລວງຫລາຍ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ.
ທັງນີ້ທັງນັ້ນ ການຊົດເຊີຍຄວາມເສຍຫາຍຕ່າງໆແມ່ນມີຄວາມລ້າຊ້າຫລາຍໃຫ້ແກ່ປະຊາຊົນໃນໝູ່ບ້ານດັ່ງກ່າວ, ແລະ ປະຊາຊົນກໍຍັງຄົງລຳບາກຢູ່ໃນການດຳລົງຊິວິດ, ຕ້ອງການໃຫ້ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າມາເບິ່ງແຍງຊ່ວຍເຫລືອກ່ຽວກັບບັນຫານີ້ແດ່, ຜ່ານການຊ່ວຍເຫລືອທີ່ຜ່ານມາການຊົດເຊີຍແມ່ນໄດ້ມີການປຸກສ້າງເຮືອນຊານຖາວອນໃຫ້ປະຊາຊົນແຕ່ລະບ້ານທີ່ໄດ້ຮັບຄວາມເສຍຫາຍຈາກກໍລະນີສັນເຂື່ອນອ່າງເກັບນ້ຳ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ, ຕາມລາຍງານຂໍ້ມູນຈາກ Lao Youth Radio FM 90.0 Mhz, ໃຫ້ຮູ້ວ່າ ມາຮອດປະຈຸບັນນີ້ການກໍ່ສ້າງເຮືອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວສຳເລັດພຽງແຕ່ 30-40% ເທົ່ານັ້ນ. ປັດຈຸບັນ, ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດ ເຊິ່ງມີແຜນສ້າງທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນເຮືອນຈຳນວນ 102 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ. 2 ປີແລ້ວປຸກສ້າງເຮືອນໃຫ້ຜູ້ປະສົບໄພຢູ່ເມືອງສະໜາມໄຊຍັງບໍ່ສໍາເລັດ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments