top of page
Search

ຮຽນ​ຮູ້​ສັບພາ​ສາ​ລາວຄໍາວ່າ: ປະເວນີ ແລະ ປະເພນີ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ປະເວນີ ແລະ ປະເພນີ ມີ​ຄວາມ​ໝາຍ​ໃນພາ​ສາ​ລາວຈັ່ງ​ໃດ​?

ຂ້າພະເຈົ້າໄດ້ຍິນມາຫຼາຍໆຄົນມັກຈະເວົ້າວ່າ ຂາຍປະເພນີ ຄິດວ່າຈະສັບສົນແລະບໍ່ເຂົ້າໃຈດີກ່ຽວກັບສອງຄໍານີ້ ຂ້າພະເຈົ້າຖືເອົາໂອກາດນີ້ມາຊີ້ແຈງຄວາມໝາຍຂອງສອງຄໍານີ້

ຄໍາວ່າ: ປະເວນີ ແມ່ນການປະພຶດທີ່ສືບຕໍ່ກັນມາ(ເບິ່ງປະເພນີ) ແມ່ນການປະຕິບັດເປັນຜົວເປັນເມຍ ຫຼື ຮ່ວມສະຫວາດກັນແບບບໍ່ຖືກຕ້ອງຕາມຮີດຕອງປະເພນີ ເຊິ່ງເອີ້ນວ່າ ເປັນຜົວເມຍຊົ່ວຄາວ ຫຼື ຊົ່ວຂ້າມຄືນ ການຫຼິ້ນຊູ້ສູ່ບ່າວ ຫຼິ້ນຊູ້ສູ່ສາວ ລັກຫຼິ້ນຜົວຫຼິ້ນເມຍກັນ ແບບຜິດໆ; ການຂາຍປະເວນີ ກໍ່ຄືການຂາຍບໍລິການທາງເພດເພື່ອແລກກັບເງິນ ເຊິ່ງເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍເວົ້າງ່າຍໆ ຂໍອະໄພຕໍ່ສັງຄົມ ເຊິ່ງເຮົາມັກເວົ້າກັນວ່າ: ກາຫຼີ່ ສ່ວນຫຼາຍການຂາຍບໍລິການທາງເພດໃນປະເທດລາວຈະມີແຕ່ເພດຍິງເຊິ່ງຄອບຄົວມີຄວາມຈໍາເປັນ ບໍ່ມີຕົ້ນທຶນໃນການທໍາມາຄ້າຂາຍ ຈຶ່ງເລືອກທາງໄປຂາຍບໍລິການທາງເພດ.

ຄໍາວ່າ: ປະເພນີ

ໝາຍເຖິງລະບຽບແບບແຜນ ຂະນົບທໍານຽມ ຮີດຄອງປະເພນີທີ່ນິຍົມ ໝາຍເຖິງສິ່ງທີ່ເຄີຍນັບຖືແລະ ປະຕິບັດກັນມາຕັ້ງແຕ່ດຶກດໍາບັນຈົນກາຍເປັນລະບຽບ ແບບແຜນໃນການດໍາລົງຊີວິດ ວິຖີຊີວິດ ເພາະມັນເປັນໜ້າເຊື່ອຖື ແລະ ຍົກຍ້ອງ ພໍໃຈ ພູມໃຈໃນການປະຕິບັດຕໍ່ປະເພນີອັນດີງາມຂອງບັນພະບຸລຸດຈົນກາຍເປັນຄວາມຊິນເຄີຍ ແລະ ຄືສິ່ງຈໍາເປັນ ຫຼື ເກີດເປັນຂໍ້ກໍານົດ ບັງຄັບໃຊ້ໃນປັດຈຸບັນ ເຊັ່ນ: ການຕັກບາດທໍາບຸນ; ການກິນທານຫາຜູ້ທີ່ລ່ວງລັບໄປແລ້ວ; ບູຊາໃນວັນສິນ; ງານບຸນຕ່າງໆໃນແຕ່ລະປີຕ້ອງກົງກັບເວລາເກົ່າເວລາເດີມ;ການຫົດສົງນ້ຳພະໃນວັນສົງການ; ບ່າວສາວມີການສູ່ຂໍກັນກ່ອນແຕ່ງດອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page