top of page
Search

ຮ່ວມເປັນ​ເຈົ້າ​ສັດ​ທາປະຕິສັງຂອນ ພະທາດຖິ່ນຊ້ອຍ ເປັນຂວັນມິ່ງເມືອງ.

  • Writer: Superphil Phil
    Superphil Phil
  • Sep 19, 2020
  • 1 min read

Updated: Sep 21, 2020

ຮ່ວມເປັນ​ເຈົ້າ​ສັດ​ທາປະຕິສັງຂອນ ພະທາດຖິ່ນຊ້ອຍ ເປັນຂວັນມິ່ງເມືອງ. ດ້ວຍ​ຄວາມ​ເກົ່າ​ແກ່ຂອງພະ­ທາດຖິ່ນ​ຊ້ອຍທີ່​ຊາວ​ບ້ານ​ຕ່າງ​ກໍ​ໃຫ້​ຄວາມ​ເລື້ອມ​ໃສ​ສັດ​ທາ​ດ້ວຍ​ຄວາມ​ສັກ​ສິດ ແລະ ເປັນ​ບ່ອນ​ຍືດ​ໜ່ຽວ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ, ພະ­ທາດ​ແຫ່ງ​ນີ້ ເປັນ​ມໍ­ລະ­ດົກ​ສະ­ຖານ­ທີ່​ເກົ່າ​ແກ່​ອີກ​ແຫ່ງ​ໜຶ່ງ ທີ່​ຕິດ​ພັນ​ກັບ​ປະ­ຫວັດ­ສາດ​ແຫ່ງ​ການ​ຕໍ່­ສູ້ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ຂອງ​ບັນ­ພະ­ບຸ­ລຸດ​ລາວ ຕາມ​ຂໍ້​ມູນ​ທີ່​ໄດ້​ບັນ­ທຶກ​ໄວ້.  ພະ­ທາດ​ຖິ່ນ​ຊ້ອຍ ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ ຄສ 1570 ມາ​ຮອດ​ປັດ­ຈຸ­ບັນ ພະ­ທາດ​ດັ່ງ­ກ່າວ​ອາ­ຍຸ​ເກືອບ 450 ປີ​ແລ້ວ ຈຶ່ງ​ເຮັດ​ໃຫ້​ສະ­ພາບ​ຂອງ​ພະ­ທາດ​ພຸ​ພັງ​ອອກ​ເກືອບ​ໝົດ ສະ­ນັ້ນ ອົງ­ການ​ປົກ­ຄອງ​ເມືອງ ໂດຍ​ພາຍ​ໃຕ້​ການ​ນຳ­ພາ​ຂອງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄອບ­ຄົວ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ເມືອງ ໄດ້​ມີ​ຈິດ​ສັດ­ທາ​ຮ່ວມ​ກັນ​ບູ­ລະ­ນະ​ພະ­ທາດ​ແຫ່ງ​ນີ້ ກັບ​ຄືນ​ມາ​ເປັນ​ພະ­ທາດ​ທີ່​ມີ​ຄວາມ​ສວຍ​ສົດ​ງົດ​ງາມ ຮັກ­ສາ​ໄວ້​ໃຫ້​ລຸ້ນ​ລູກ​ລຸ້ນ​ຫຼານ​ໄດ້​ເຫັນ ແລະ ເຄົາ­ລົບ​ກາບ​ໄຫວ້​ບູ­ຊາ​ສືບ­ຕໍ່​ໄປ ດັ່ງ­ນັ້ນ ຈຶ່ງ​ໄດ້​ຮ່ວມ​ໃຈ​ກັນ​ຈັດ​ຕັ້ງ​ກອງ​ບຸນ​ຂຶ້ນ 12 ກອງ ໃນ​ວັນ​ທີ 3-4 ກໍ­ລະ­ກົດ​ຜ່ານ​ມາ ເພື່ອ​ເປັນ​ການ​ສັກ­ກາ­ລະ​ບູ­ຊາ ຄອບ​ໄວ້ສິ່ງ​ສັກ­ສິດ ເຈົ້າ​ຖິ່ນ ເຈົ້າ​ຖານ ຖື​ເປັນ​ນິ­ມິດ​ໝາຍ​ແຫ່ງ​ການ​ເປີດ​ພິ­ທີ​ໃນ​ການ​ຫ້າງ​ຫາ​ກະ­ກຽມ ປະ­ຕິ­ສັງ­ຂອນ​ພະ­ທາດ​ເຈ­ດີ ວັດ​ຖິ່ນ​ຊ້ອຍ​ໃໝ່.


https://doodido.com/
ພາບ: vientianemai.net.

ຈຸດ​ປະ​ສົງ​ເພື່ອແນ­ໃສ່​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ເມືອງ​ປາກ​ງື່ມ ຕະ­ຫຼອດ​ຮອດ​ບັນ­ດາ​ຜູ້​ທີ່​ມີ​ຈິດ­ໃຈ​ໃສ​ສັດ­ທາ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ມາ​ຊ່ວຍ​ສົມ­ທົບ​ທຶນ​ປະ­ຕິ­ສັງ­ຂອນ​ພະ­ທາດ​ແຫ່ງ​ນີ້ ໃຫ້​ກັບ​ຄືນ​ສູ່​ສະ­ພາບ​ເດີມ ເປັນ​ຂວັນ​ມິ່ງ​ເມືອງ​ໃຫ້​ແກ່​ຄົນ​ລຸ້ນ​ຕໍ່​ໄປ. ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ໃຫ້​ຮູ້​ວ່າ: ໂຄງ­ການ​ປະ­ຕິ­ສັງ­ຂອນ​ພະ­ທາດ​ເຈ­ດີ ວັດ​ຖິ່ນ​ຊ້ອຍ ແມ່ນ​ນອນ​ໃນ 10 ໂຄງ­ການ​ຂອງ ນວ ເພື່ອ​ກະ­ກຽມ​ໃຫ້​ແກ່​ງານ​ສະ­ເຫຼີມ​ສະ​ຫຼຼອງ ນວ ຄົບ­ຮອບ 450 ປີ ໃນ​ປີ 2010 ແຕ່​ດ້ວຍ​ເຫດ­ຜົນ​ບາງ​ດ້ານ ທີ່​ຍັງ​ບໍ່​ທັນ​ໄດ້​ມີ​ຄວາມ​ພ້ອມ.ໂຄງ­ການ​ດັ່ງ­ກ່າວ​ຈຶ່ງ​ບໍ່​ທັນ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ​ນັ້ນ ຜ່ານ​ມາ​ພະ​ແນກ ຖວ​ທ ນວ ໄດ້​ສົມ­ທົບ​ກັບ​ກົມ​ມໍ­ລະ­ດົກ ກົມ​ວິ­ຈິດ​ສິນ ແລະ ອົງ­ການ​ປົກ­ຄອງ​ເມືອງ​ປາກ​ງື່ມ ສືບ­ຕໍ່​ການ​ສຳ​ຫຼວດ ແລະ ປຶກ­ສາ​ຫາ­ລື​ແຜນ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ ເຊິ່ງ​ມາ​ຮອດ​ປີ 2016 ພະ​ແນກ ຖວ​ທ ນວ ໄດ້​ສັງ​ລວມ​ບັນ­ດາ​ຂໍ້​ມູນ​ທັງ​ໝົດ​ກ່ຽວ​ກັບ​ໂຄງ­ການ ເພື່ອ​ລາຍ​ງານ​ຂໍ​ທິດ​ຊີ້​ນຳ​ຈາກ​ການ​ນຳ ນວ ເພື່ອ​ລົງ­ມື​ປະ­ຕິ­ບັດ ເຊິ່ງ​ພະ​ແນກ ຖວ​ທ ນວ ໄດ້​ຂຽນ​ເປັນ​ໂຄງ­ການ​ສະ­ເໜີ​ຂໍ​ອະ­ນຸ­ມັດ​ງົບ­ປະ­ມານ ເພື່ອ​ມາ​ເຮັດ​ຮົ້ວ ແລະ ບູ­ລະ­ນະ​ເບື້ອງ​ຕົ້ນ. ຮ່ວມ​ທືນ​ສັດ​ທາ​ໃນ​ການ​ບູ​ລະ​ນະ​ພະ​ທາດ​ຖິ່ນ​ຊ້ອຍ​ເມືອງ​ປາກ​ງືມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page