top of page
Search

ຮ່ວມກັນກຳນົດແຜນການປັບປຸງແກ້ໄຂສຳລັບປະເທດດ້ອຍພັດທະນາ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

ຮ່ວມກັນກຳນົດແຜນການປັບປຸງແກ້ໄຂສຳລັບປະເທດດ້ອຍພັດທະນາ. ປະເທດລາວເຮົາຖືວ່າເປັນປະເທດໜຶ່ງທີ່ຍັງຢູ່ໃນເກນຂອງປະເທດທີ່ຍັງດ້ອຍພັດທະນາ ພັກ ແລະ ລັດຖະບານ ໄດ້ສຸມໃສ່ທຸກກ່ຳລັງເຫື່ອແຮງເພື່ອນຳພາປະຊາຊົນລາວໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ເພື່ອນຳພາປະເທດກ້າວສູ່ຄວາມສິວິໄລ ຮ່ວມກັບຫລາຍໆປະເທດ, ໃນແຕ່ລະປີກໍໄດ້ມີການປັບປຸງວາງແຜນໃນການພັດທະນາໄປເທືອລະກ້າວກັບຫລາຍໆປະເທດ.  ຕາມຂໍ້ມູນຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມທາງໄກ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ໂດຍ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ, ມີປະເທດຕ່າງໆເຂົ້າຮ່ວມ 47 ປະເທດ.

ພາບ: targetlaos.com

    ກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ. ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ (Istanbul Programme of Action – IPoA) ສຳລັບປະເທດດ້ອຍພັດທະນາ ຂອງອົງການ ສປຊ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າຂອງ ສປປ ລາວ ໃນການຕັ້ງປະຕິບັດແຜນດຳເນີນງານ IPoA ລວມທັງຍົກໃຫ້ເຫັນບັນດາຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ຜົນກະທົບທີ່ມາຈາກການລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະທີ່ຕິດພັນກັບຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ດ້ານການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ຊຶ່ງນຳໄປສູ່ການສູນເສຍລາຍຮັບຢ່າງຫຼວງຫຼາຍສຳລັບປະເທດ ລວມໄປເຖິງຜົນກະທົບໄລຍະຍາວຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍມິຕິ. ຮ່ວມກັນວາງແຜນແກ້ໄຂສຳລັບປະເທດດ້ອຍພັດທະນາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page