ຮັບແຮງງານຕົກຄ້າງກັບຄືນປະເທດ
- Superphil Phil
- Apr 14, 2020
- 1 min read
ໄຊຍະບູລີ ຮັບແຮງງານ ລາວ ທີ່ຕົກຄ້າງຢູ່ຈັງຫວັດເລີຍ ກັບຄືນປະເທດ
ເນື່ອງຈາກສະຖານະການຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງ, ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດໃນທົ່ວໂລກນັບມື້ນັບເພີ່ມຂຶ້ນ.

ພາບ: kaomainews.com
ເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັັນຫາດັ່ງກ່າວ ລັດຖະບານທັງສອງປະເທດ (ສປປ ລາວ ແລະ ຣາຊະອານາຈັກໄທ) ໄດ້ມີມາດຕະການປິດປະເທດຊົ່ວຄາວ ເຊິ່ງໄລຍະນີ້ແມ່ນໄດ້ມີການປິດການເຂົ້າ-ອອກດ່ານສາກົນຊົ່ວຄາວ ຂອງບຸກຄົນ, ຍົກເວັ້ນສະເພາະລົດຂົນສົ່ງສິນຄ້າ ນັບແຕ່ວັນທີ 3 ເມສາ 2020 ຢ່າງເປັນທາງການ.
ຍ້ອນສະພາບບັນຫາດັ່ງກ່າວ ອັນໄດ້ເຮັດໃຫ້ມີແຮງງານລາວທີ່ໄປອອກແຮງງານຢູ່ປະເທດໄທ ເຊິ່ງມີຈຸດປະສົງກັບຄືນບ້ານຂອງຕົນ ບໍ່ສາມາດກັບຄືນໄດ້ຕາມກໍານົດເວລາ ຈຶ່ງຖືກຕົກຄ້າງຢູ່ອໍາເພີທ່າລີ ຈັ່ງຫວັດເລີຍຣາຊະອານາຈັກໄທເຊິ່ງຝ່າຍໄທໄດ້ ອໍານວຍຄວາມສະດວກດ້ານສະຖານທີ່, ເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ແກ່ແຮງງານລາວເປັນຢ່າງດີ

ພາບ: kaomainews.com
ແລະ ໃນຕອນບ່າຍວັນທີ 7 ເມສາ 2020 ນີ້, ຢູ່ທີ່ອາຄານດ່ານສາກົນຂົວມິດຕະພາບນໍ້າເຫືອງ ອໍາເພີທ່າລີ່ ຈັ່ງຫວັດເລີຍ ໄດ້ຈັດພິທີ ມອບ-ຮັບແຮງງານລາວທີ່ຕົກຄ້າງຢູ່ອໍາເພີທ່າລີ ໃຫ້ແຂວງໄຊະຍະບູລີ ເຊິ່ງຕາງໜ້າຝ່າຍແຂວງໄຊຍະບູລີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments