top of page
Search

ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດລາວ.

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດລາວ.

ສະແດງຄວາມເສຍ​ໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.

ປະຫວັດໂດຍຫຍໍ້ : “ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ສີສະຫວາດ ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວ ແລະ ເປັນໜຶ່ງໃນນັກຮົບຮຸ່ນທໍາອິດ ທີ່ກໍ່ຕັ້ງ ກອງຮ້ອຍລາດຊະວົງ ຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນຈາກການເປັນເມືອງຂຶ້ນຂອງຝລັ່ງ.​ ຈາກກອງຮ້ອຍລາດຊະວົງ ໄດ້ພັດທະນາມາເປັນກອງທັບປະຊາຊົນລາວ ທີ່ເຮັດສົງຄາມຕ້ານພວກລ່າເມືອງຂຶ້ນສະໄໝໃໝ່ຂອງອາເມລິກາ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page