top of page
Search

ອາເມລິກາໂຈະການອອກວີຊ່າໃຫ້ຄົນສັນຊາດລາວ

  • Writer: Superphil Phil
    Superphil Phil
  • Jun 11, 2020
  • 1 min read

ອາເມລິກາໂຈະການອອກວີຊ່າໃຫ້ພົນລະເມືອງລາວ ແລະ ຄົນສັນຊາດລາວ. ຕາມການລາຍງານຂອງສຳນັກຂ່າວ The Laotian Times ໄດ້ລາຍງານວ່າ ສະຫະລັດ ອາເມລິກາ ໄດ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງລາວ ແລະ ຄົນສັນຊາດລາວ ທີ່ສະໝັກຂໍວີຊ່າໃນລາວ ຫຼັງຈາກເຫດການກືນບໍ່ເຂົ້າຄາຍບໍ່ອອກທີ່ບໍ່ສາມາດຕົກລົງໄດ້ ເລື່ອງການສົ່ງຄົນລາວທີ່ຢູ່ອາເມລິກາກັບຄືນປະເທດ. ອີງຕາມແຈ້ງການໃນເວັບໄຊ້ຂອງ ສະຖານເອກອັກຄະຖະລັດຖະທູດ ຂອງສະຫະລັດອາເມລິກາ ປະຈໍາ ສປປ ລາວ ໃນວັນທີ 1 ເມສາ 2020, ສ ອາເມລິກາ ຈະໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ ແລະ ພົນລະເມືອງຂອງປະເທດພະມ້າ, ຈະຍົກເວັ້ນສະເພາະວີຊ່າບາງປະເພດເທົ່າໃນ (ລາຍລະອຽດອ່ານເພີ່ມຕື່ມຕາມແຈ້ງການ) ແລະ ບຸກຄົນອື່ນທີ່ຈະເດີນທາງ ເຊິ່ງລະບຸໃນພາກທີ 11 ຂອງຂໍ້ຕົກລົງຂອງສຳນັກງານໃຫຍ່ສະຫະປະຊາຊາດ.

ree
ພາບ: laotiantimes.com

ແຈ້ງການສະບັບນີ້ລາຍງານວ່າ ລັດຖະມົນຕີ ວ່າການ ກະຊວງປ້ອງກັນຄວາມສະຫງົບ ຂອງອາເມລິກາໄດ້ແຈ້ງຫາ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ວ່າປະເທດລາວປະຕິເສດ ຫຼື ຊັກຊ້າຢ່າງບໍ່ມີເຫດຜົນ ໃນການຮັບຄືນ ພົນລະເມືອງ, ວີຊ່າຕ່າງໆ, ຄົນສັນຊາດ ຫຼື ຜູ້ທີ່ພັກອາໄສຢູ່ອາເມລິກາ ຕາມຄໍາສັ່ງສຸດທ້າຍໃນການຍົກຍ້າຍພົນລະເມືອງອອກຈາກສະຫະລັດ. ລັດຖະມົນຕີ ວ່າການກະຊວງ ການຕ່າງປະເທດ ໄດ້ມີຄໍາສັ່ງໃຫ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ ທີ່ໄດ້ສະໝັກຂໍວີຊ່າຢູ່ນະຄອນຫຼວງວຽງຈັນ ໂດຍມີຂໍ້ຍົກເວັ້ນຈໍາກັດ. ສະຫະລັດອາເມລິກາໂຈະການອອກວີຊ່າໃຫ້ຄົນລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page