ອາດີດໂຮງຮູບເງົາທີ່ຍິງໃຫຍ່ທີສຸດໃນປະເທດລາວ
- Superphil Phil
- Mar 18, 2020
- 1 min read
ອາດີດ ໂຮງຮູບເງົາທີ່ຍິງໃຫຍ່ທີສຸດໃນປະເທດລາວແມ່ນ ໂຮງຮູບເງົາ ລາວຈະເຣີນ ທີ່ສະຫວັນນະເຂດ. ໜັງ ຫຼື ຊິເນ່ມາ ຫຼື ຮູບເງົາ ໝາຍເຖິງ ພາບເຄື່ອນໄຫວທີ່ມີຄວາມຕໍ່ເນື່ອງກັນ ຂອງຮູບແທ້ ຫຼື ຮູບແຕ້ມ ທີ່ຖືກອັດໃສ່ ຕົວກາງເອີ້ນວ່າ ຟິມ ເຊິ່ງເປັນທີ່ນິຍົມຫລາຍ ໃນເມື່ອກ່ອນ ຄຳວ່າ ” ໜັງ ” ເປັນສັບເກົ່າໃນສະໄຫມກ່ອນເກົ່າເລິ່ມຕົ້ນຂອງການບັນເທິງກໍ່ວ່າໄດ້ ສັບນີ້ໄດ້ມາຈາກ :ການສະແດງຫນັງປະຫລັດຕື້ ຄືການເອົາຫນັງຄວາມມາສັບເຮັດເປັນຮູບຮ່າງລັກສະນະຕົວລະຄອນຕາມວັນນະຄະດີພື້ນເມືອງຕ່າງໆ ເຊັ່ນເລື່ອງ ພຣະຣັກ-ພຣະຣາມ, ພຣະເວສັນດອນ , ສັງສິນໄຊ ,ນາງຕັນໄຕ…ເພື່ອສະແດງໃນສາກຜ້າຂາວ ແລະມີຄົນເລົ່າເລື່ອງໄປພ້ອມ.

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos
ການສະແດງຂອງຫນັງແບບນີ້ແມ່ນມີການເລິ່ມຫາຍໄປຈາກລາວ ຍ້ອນເຫດການວຸ້ນວາຍທາງການເມືອງ ໃນຍຸກປີ 1960 ໃນຍຸກປະມານປີ 1950-1975 ເປັນຍຸກຂອງຄົນໃນເມືອງລາວເອີ້ນຫນັງວ່າ = ” ຊີເນ່ມາ ” ເພາະໄດ້ສັບນີ້ມາຈາກ ພາສາຕ່າງປະເທດ Cinema ໃນຍຸກນີ້ເອງ ຈະມີໂຮງຊີເນ່ມາ ເກີດຂຶ້ນທົ່ວທຸກແຫ່ງໃນເມືອງໃຫຍ່ຂອງປະເທດລາວ ດັ່ງທີພວກເຮົາຍັງສາມາດເຫັນຮ່ອງຮອຍມາຮອດທຸກມີ້ນີ້ ( ຮູບພາບເຫລົ່ານີ້ກໍ່ເປັນສ່ວນຫນຶ່ງຂອງໂຮງຊິເນ່ມາ ລາວຈະເຣິນ ທີສະຫວັນນະເຂດ ທີສ້າງຂຶ້ນໃນຍຸກປີ 1960 ) ຫລັງຈາກປະເທດລາວໄດ້ຮັບການປົດປ່ອນ ເປັນ ສ.ປ.ປ.ລາວ ທ້າຍປີ 1975 ຄຳວ່າຊິເນ່ມາ ກໍ່ໄດ້ມີການປ່ຽນມາເປັນ ” ຮູບເງົາ ” ຫລືເອິ້ນວ່າໂຮງຮູບເງົາມາຈົນຮອດປັດຈຸບັນນີ້.

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos
ໂຮງຮູບເງົາ ຫຼື ໂຮງຊີເນ່ມາ ຫລື ໂຮງຫນັງໃນປະເທດລາວຕາມແຂວງຕ່າງໆ ໃນອາດີດມີດັ່ງນີ້: ນະຄອນຫລວງວຽງຈັນ : 1. ໂຮງຮູບເງົາ ແສງລາວ; 2. ໂຮງຮູບເງົາ ວຽງສະໄໝ ສ້າງປະມານປີ 1954; 3. ໂຮງຮູບເງົາ ບົວສະຫວັນ 1960-2009; 4. ໂຮງຮູບເງົາ ໂອດຽນ (ຫນອງດ້ວງ); 5. ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່) ຕັ້ງຢູ່ແຖວສີໄຄ; 6. ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່) ແຖວນ້ຳພຸ ບ່ອນດິນໂຮງແຮມ ibis ປັດຈຸບັນນີ້; 7. ໂຮງຮູບເງົາ( ກຳລັງຄົ້ຍຄວ້າຫາຊື່) ສີສັງວອນ; 8. ໂຮງຮູບເງົາ ລານທອງ ດົງປ່າລານ; 9. ໂຮງຮູບເງົາ ສີນະຄອນ ສີສະຫວາດ; 10 ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່)ແຖວຈີ່ນາຍໂມ້. ຫລວງພຣະບາງ : 1. ໂຮງຮູບເງົາ ຣາຊີນີ; 2. ໂຮງຮູບເງົາ ສຽງສະຫວັນ. ຈຳປາສັກ : 1. ໂຮງຮູບເງົາ ທ່າຫລວງ; 2. ໂຮງຮູບເງົາ ປາກເຊາ ສ້າງປີ 1962; 3. ໂຮງຮູບເງົາ ທ່າຫິນເໜືອ. ຄຳມ່ວນ : 1. ໂຮງຮູບເງົາ ເພັດຣາມ່າ; 2. ໂຮງຮູບເງົາ ວັນດາຣາ. ຫລວງນ້ຳທາ: 1. ໂຮງຮູບເງົາດົງສະຫວ່າງ. ອຸດົມໄຊ: 1. ສູນວັດທະນະທຳ ລາວ-ຫວຽດ. ຊຽງຂວາງ: 1. ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່ ). ຫົວພັນ : 1. ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່ ). ລ່ອງແຈ້ງໄຊສົມບູນ. – ໂຮງຮູບເງົາ ( ກຳລັງຄົ້ຍຄວ້າຫາຊື່ ) ໃກ້ສະໜາມບິນລ່ອງແຈ້ງ. ສະຫວັນນະເຂດ: 1. ໂຮງຮູບເງົາເຊໂນຣາມ່າ; 2. ໂຮງຮູບເງົາລາວຈະເຣິນສິນ 1960; 3. ໂຮງຮູບເງົານາງລິດ ( ຄູນສະຫວັນ ) 1970.

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos

ພາບ ແລະ ບົດຄວາມໂດຍ: Houmphet Manisouk/Art and Culture of Laos
ທີເຫັນໃນຮູບນີ້ແມ່ນຮູບພາບຂອງໂຮງຮູບເງົາ ລາວຈະເຣີນ ທີແຂວງຫວັນນະເຂດ ເຊິ່ງນັບວ່າເປັນໂຮງຮູບເງົາທີໃຫຍ່ ມີແບບແຜນການກໍ່ສ້າງທີຈັດວາງໄດ້ລົງຕົວດີ ແລະເປັນໂຮງຮູບເງົາທີຍິ່ງໃຫຍ່ທີສຸດໃນເມືອງລາວໃນສະໄຫມນັ້ນທີທັນໄຫມ ແລະ ມີນິຄົມຂອງສັງຄົມໃນຕອນນັ້ນ ) ບົດຄວາມນີ້ຂຽນຂຶ້ນມາຄົງຈະມີຂໍ້ມູນບໍ່ຄົບຖ້ວນປານໃດ ເຊັ່ນ ໂຮງຮູບເງົາຂອງບັນດາແຂວງທີຍັງບໍ່ໄດ້ກ່າວເຖິງ ຫລືຍັງມີອີກ ເຊິ່ງຜູ້ຂຽນອາໄສສອບຖາມແລະຈົດຈຳເທົ່ານັ້ນ ຖ້າໃຜມີຂໍ້ມູນ ແລະມີຊື່ໂຮງຮູບເງົາທີຍັງບໍ່ໄດ້ເວົ້າເຖິງ ກໍ່ຂໍຄວາມເມດຕາບອກກ່າວໃຫ້ຮູບດ້ວຍ ເພື່ອຈະບັນທຶກໄວ້ໃນຄວາມຊົງຈຳແລະເປັນປະຫວັດສາດຂອງໂຮງຮູບເງົາໃນເມືອງລາວຕໍ່ໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments