top of page
Search

ອາຊຽນຫາລືຊອກວິທີແກ້ໄຂ ແລະ ຟື້ນຟູການທ່ອງທ່ຽວ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ອາຊຽນຫາລືຊອກວິທີແກ້ໄຂ ແລະ ຟື້ນຟູການທ່ອງທ່ຽວ ຈາກຜົນກະທົບໂຄວິດ-19.

ຜົນ​ກະ​ທົບ​ຈາກ​ພະ​ຍາດ​ລະ​ບາດ​ໂຄວິດ 19 ນີ້ ເຮັດ​ໃຫ້​ບັນ​ດາ​ທຸ​ລະ​ກິດ​ຕ່າງໆ​ໄດ້​ຮັບ​ຜົນ​ກະ​ທົບ​ໂດຍ​ສະ​ເພາະ​ທຸ​ລະ​ກິດ​ດ້ານ​ການ​ທ່ອງ​ທຽວ​ຖື​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຫລາຍ​ທີ່​ສຸດ​,ໃນວັນທີ 29 ເມສາ 2020 ບັນດາລັດຖະມົນຕີທ່ອງທ່ຽວ ຂອງປະເທດສະມາຊິກແຫ່ງອາຊຽນ ໄດ້ປະຊຸມທາງໄກຜ່ານວິດີໂອ ສະໄໝພິເສດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຄົນ ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງປະເທດກຳປູເຈຍ.

ໃນນັ້ນ ສປປ ລາວ ເຮົາເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຄໍານຶງເຖິງ ຄວາມຈໍາເປັນອັນຮີບດ່ວນ ກ່ຽວກັບກົນໄກການປະສານງານອາຊຽນໃຫ້ມີຄວາມເຂັ້ມແຂງ ເພື່ອເອົາຊະນະບັນດາສິ່ງທ້າທາຍຕ່າງໆ ໃນຂະແໜງການທ່ອງທ່ຽວ ເຊິ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຕົ້ນຕໍ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດ COVID-19 ໃນຄັ້ງນີ້ ແລະ ເປັນເຫດໃຫ້ທຸລະກິດໃນຂະແໜງການທ່ອງທ່ຽວຢຸດສະງັກ, ເຮັດໃຫ້ລາຍຮັບຫລຸດລົງ ແລະ ການຈ້າງງານຫລຸດລົງ.

เบิ่งเมืองลาว
ພາບ: fmprc.gov.cn

ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ແຕ່ລະປະເທດໄດ້ລາຍງານສະພາບ ແລະ ຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໂດຍສະເພາະຜົນກະທົບຕໍ່ຂະແໜງການທ່ອງທ່ຽວ ຢູ່ໃນປະເທດຂອງຕົນໃຫ້ກອງປະຊຸມຮັບຊາບ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂ ແລະ ມາດຕະການສະເພາະໃນການເພີ່ມທະວີການຮ່ວມມື ແລະ ການປະສານງານອາຊຽນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຟື້ນຟູຂະແໜງ ການທ່ອງທ່ຽວໃຫ້ກັບຄືສູ່ສະພາບປົກກະຕິ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page