top of page
Search

“ອາ​ດີດ” ,”ອະດີດ” ແລະ “ອານາຄົດ”,”ອະນາຄົດ”

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 1 min read

ມາຮູ້ຈັກກັບຄໍາວ່າຈະ​ໃຊ້ຄໍາໃດ: “ອາ​ດີດ” ,”ອະດີດ” ແລະ “ອານາຄົດ”,”ອະນາຄົດ”

ທັງສອງຄໍານີ້ເປັນຄໍາກົງກັນຂ້າມກັນ ເຊື່ອວ່າຫຼາຍຄົນອາດຈະມີຄວາມກັງວົນໃນການຂຽນ ແຕ່ໃນທີ່ນີ້ຂ້າພະເຈົ້າຂໍກະລັນຕີວ່າ: ອະດີດ ບໍ່ແມ່ນ ອາດີດ ແລະ ອະນາຄົດ ບໍ່ແມ່ນ ອານາຄົດ.

‘ອະດີດ’ ເປັນຄຳຄຸນນາມ ມີຄວາມໝາຍວ່າ ລ່ວງໄປແລ້ວ, ຜ່ານມາແລ້ວ; ເປັນຄຳນາມ ມີຄວາມໝາຍວ່າ ເວລາທີ່ຜ່ານມາແລ້ວ ເຊິ່ງເປັນຄຳສັບທີ່ມີເຄົ້າມາຈາກພາສາປາລີ-ສັນສະກິດ ‘ອະດີຕະ’ ແລະ ອະດີດ ກໍ່ມີຫຼາຍກາລະເຊັ່ນອະດີດທີ່ເຫດກ່ນເກີດຂຶ້ນໃກ້ໆນີ້ຈະໃຊ້ຄໍາວ່າ: ເມື່ອກີ້ນີ້,ຜ່ານມາກີ້ນີ້, ມື້ເຊົ້ານີ້, ມື້ວານນີ້… ເຊິ່ງເປັນອະດີດທີ່ຍັງຜ່ານໄປບໍ່ດົນ, ຖ້າເປັນອະດີດທີ່ຜ່ານມາດົນນານແລ້ວຈະໃຊ້ຄໍາວ່າ: ນານມາແລ້ວ, ແຕ່ກີ້ແຕ່ກ່ອນ, ກາລະຄັ້ງໜຶ່ງ…ເຫຼົ່ານີ້ເປັນຕົ້ນ. ອະດີດຄືຄໍາທີ່ໃຊ້ລະບຸເຫດການທັງໝົດທີ່ເກີດຂຶ້ນກ່ອນຈຸດເວລາຈຸດໜຶ່ງທີ່ກົງກັນຂ້າມກັບປັດຈຸບັນ ແລະ ອະນາຄົດ.

ຈະ​ໃຊ້ຄໍາໃດ: “ອາ​ດີດ” ,”ອະດີດ” ແລະ “ອານາຄົດ”,”ອະນາຄົດ” ‘ອະນາຄົດ’ ເປັນຄຳນາມ ມີຄວາມໝາຍວ່າ ເວລາທີ່ຍັງບໍ່ທັນມາເຖິງ, ເວລາຂ້າງໜ້າ, ເວລາທີ່ຈະມາເຖິງ ເປັນຄຳສັບທີ່ີມີເຄົ້າມາຈາກພາສາປາລີ-ສັນສະກິດ ‘ອະນາຄະຕະ’ ເຊິ່ງມີຄວາມໝາຍວ່າເຫດການທີ່ຍັງບໍ່ທັນພົບພໍ້, ບໍ່ທັນມາຮອດມາເຖິງ, ອາດຈະເປັນເຫດການທີ່ຫຼາຍຄົນລໍຄອຍ ອາດຈະເປັນສິ່ງທີ່ແນ່ນອນ ແລະ ບໍ່ແນ່ນອນມີລັກສະນະຄາດຄະເນ ເຊິ່ງມັກໃຊ້ຄໍາວ່າ: ຄາດວ່າ, ຫວັງວ່າ, ອາດຈະ ,ຄິດວ່າ, ອີກບໍ່ດົນ,ສະໄໝຕໍ່ໄປ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page