top of page
Search

ອາ​ການ​ໜ້າ​ເປັນ​ຫ່ວງ ໜີ້​ສິນ​ຂອງ​ລັດ​ຖະ​ບາຍ​ລາວນັບມື້ນັບເພີ່ມຂຶ້ນ.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

ອາ​ການ​ໜ້າ​ເປັນ​ຫ່ວງ ໜີ້​ສິນ​ຂອງ​ລັດ​ຖະ​ບາຍ​ລາວນັບມື້ນັບເພີ່ມຂຶ້ນ. ​ຕາມໜັງສືພິມຂອງຫວຽດນາມ nld ວັນທີ 3 ກັນຍານີ້ລາຍ​ງານວ່າ: ອີງຕາມອົງກອນຈັດອັນດັບໜີ້ສິນ ແລະ ຜູ້ຊ່ຽວຊານທາງດ້ານເສດຖະກິດຂອງລາວ ໃຫ້ຮູ້ວ່າ: ກອງທຶນສະສົມເງິນຕາຕ່າງປະເທດຂອງລາວໄດ້ຫຼຸດລົງຕໍ່າກ່ວາ 1 ຕື້ໂດລາ, ຕໍ່າກ່ວານີ້ສິນທີ່ຈະຕ້ອງຊຳລະໃນແຕ່ລະປີ. ແລະ ໜັງສືພິມການເງິນໃຫ້ຮູ້ວ່າ: ເຈົ້າໜ້າທີ່ກະຊວງການເງິນຂອງລາວ ໄດ້ຮຽກຮ້ອງໃຫ້ຈີນ, ເຈົ້າໜີ້ລາຍໃຫ່ຍທີ່ສຸດຂອງລາວ ໃຫ້ຄຳແນະນຳກ່ຽວກັບການປັບປຸງໂຄງສ້າງໜີ້ຄືນໃໝ່.

ພາບ: ໂທລະໂຄ່ງ

ໃນລະຫວ່າງເດືອນກ່ອນໜ້ານີ້, ບໍລິສັດຈັດອັນດັບໜີ້ສິນ Moody’s Investors Service ຂອງສະຫະລັດ ໄດ້ຫຼຸດອັນດັບໜີ້ສິນຂອງລາວຈາກ ລະດັບ B3 ລົງມາເປັນ Caa2, ໝາຍຄວາມວ່າ ຈາກຄວາມຫວັງແຫ່ງການພັດທະນາ ກາຍມາເປັນ ລົບ. ຮ່ວງຊຳລະໜີ້ສິນຂອງລາວແມ່ນສູງສົມຄວນ ຍັງຈະແກ່ຍາວຈົນໝົດປີນີ້ ແລະ ແກ່ຍາວເຖິງປີ 2025. ບັນດານັກວິເຄາະທັງຫຼາຍໄດ້ສະແດງຄວາມເປັນຫ່ວງຕໍ່ຖານະການເງິນຂອງລາວທີ່ລະດົມເງິນຈາກຕະຫຼາດພັນທະບັດຂອງ ໄທ ໄດ້ດຳເນີນການມາໄດ້ຫຼາຍປີແລ້ວແຕ່ມາເຖິງໃນປີ 2020 ນີ້ກໍຍັງບໍ່ທັນເຫັນຫຍັງເກີດຂືຶ້ນ. ທ່ານ Jeremy Zook ຜູ້ອຳນວຍການຂອງບໍລິສັດຈັດອັນດັບ Fitch Ratings ຂອງສະຫະລັດ ໄດ້ກ່າວເນັ້ນວ່າ: “ເປັນການຢາກທີ່ຈະໃຫ້ລາວເຂົ້າເຖິງຕະຫຼາດພັນທະບັດຂອງສາກົນໄດ້ໃນເງື່ອນໄຂຄືປັດຈຸບັນ. ຄວາມຫວັງໃນການຈັດຕັ້ງປະຕິບັດພັນທະຂອງລາວໃນຕະຫຼາດພັນທະບັດໃນໄທປັດຈຸບັນແມ່ນນັບມື້ນັບມີຄວາມທ້າທາຍ. ລັດຖະບານລາວຈຳເປັນຕ້ອງອາໄສຫາທະນາຄານການຄ້າໃຫ້ການຊ່ວຍເຫຼືອຈາກສອງຝ່າຍ ເພື່ອຖົມຂຸມ”. Fitch Ratings ໄດ້ຈັດອັນດັບໜີ້ສິນຂອງລາວຢູ່ທີ່ລະດັບ B ແລະ ຫຼຸດຄວາມຫວັງແຫ່ງການພັດທະນາລົງມາເປັນຕິດລົບ ໃນເດືອນພຶດສະພາທີ່ຜ່ານມາ​ນີ້. ຊອ​ກ​ຄໍ​ຫອຍ​ບໍ່​ເຫັນ​ແລ້ວ ລາວເປັນໜີ້ນັບມື້ນັບເພີ່ມຂຶ້ນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

ความคิดเห็น


© 2023 by NOMAD ON THE ROAD. Proudly created with Wix.com

bottom of page