ອະທິບາຍສັບ ຫຼີກລ່ຽງ ແລະ ຫຼີກລ້ຽງ ຄວາມໝາຍໃນພາສາລາວ.
- Superphil Phil
- Jul 11, 2020
- 1 min read
ອະທິບາຍສັບ ຫຼີກລ່ຽງ ແລະ ຫຼີກລ້ຽງ ຄວາມໝາຍໃນພາສາລາວ. ມີຫລາຍໆຄຳຖາມ ແລະ ມີຫຼາຍໆຄົນສົງໄສວ່າການສະກົດທີ່ຖືກແທ້ ຂອງການຫລີກເວັ້ນ ຫລື ຄຳວ່າ ຫລີກລ່ຽງ ແລະ ຫລີກລ້ຽງ ແມ່ນໂຕໃດແທ້ທີຖືກ ລະຫວ່າງ ວັນນະຍຸດ x ່ ຫຼື x້ ເພາະຄຳໆນີ້ແມ່ນມີການນຳໃຊ້ຫລາຍໃນປະຈຸບັນຈົນທຸກຄົນຊິນເຄີຍກັບມັນແລ້ວ ແລະ ກໍອາດຈະມີຫລາຍຄົນເຊັ່ນກັນທີ່ພະຍາຍາມໄປຊອກເບິ່ງຢູ່ໃນວັດຈະນານຸກົມພາສາລາວໃນຫລາຍໆສະບັບກໍ່ອາດຈະບໍ່ປະກົດເຫັນຄຳນີ້.
ຄວາມຈິງແລ້ວວັດຈະນານຸກົມພາສາລາວ ຫລາຍໆສະບັບ ອາດຈະບໍ່ປາກົດເຫັນຄຳທີ່ປະສົມກັບເຊັ່ນວ່າ ຫລີກລ່ຽງ ຫລື ຫລີກລ້ຽງ ແຕ່ເຮົາສາມາດເຫັນໃນແຕ່ລະຄຳທີ່ແຍກກັນເຊັ່ນ ຫລີກ, ລ່ຽງ ແລະ ລ້ຽງ ແລະ ຄວາມໝາຍຂອງແຕ່ລະຄຳ ແຕ່ກໍຍັງມີບາງພາກສ່ວນທີ່ຍັງຄົງຖົກຖຽງກັນວ່າຄຳນີ້ໄດ້ມາຈາກການປະສົມກັບພາສາເພືອນບ້ານເຮົາຫລືບໍ່, ຄວາມຈິງແລ້ວເປັນການປະສົມຄຳໃນພາສາລາວທີ່ມີຄວາມຄ້າຍຄືກັນ ລະຫວ່າງສອງຄຳ ຫລີກ ແລະ ລ່ຽງ, ຫລີກ ແລະ ລ້ຽງ ເຊິ່ງຫລັງຈາກເອົາຄຳພວກນີ້ມາປະສົມກັນແລ້ວກໍ່ຈະໄດ້ຄວາມໝາຍຂອງມັນແຕກຕ່າງກັນໄປເລັກນ້ອຍ. ຄຳວ່າ ຫລີກ. ໝາຍເຖິງ ການເວັ້ນ, ອອກໄປໃຫ້ໄກ, ຜິກ, ແວອອກ, … ຕົວຢ່າງ: ຖ້າເຈົ້າຍັງເຮັດບໍ່ໄດ້ແທ້ໆ, ຫລີກໃຫ້ຂ້ອຍຈະລອງເຮັດເບິ່ງບາງທີ່ຂ້ອຍເຮັດໄດ້. ຫລີກຂ້ອຍແດ່, ຄົນຫລາຍຂ້ອຍຢາງໄປບໍ່ໄດ້ ຄຳວ່າ ລ່ຽງ. ແມ່ນມີຄວາມໝາຍຄ້າຍຄືກັນກັບ ຫລີກ ໝາຍເຖິງ ການຫລີກເວັ້ນ, ການຫລົບໜີ, ບ່ຽງ, ບໍ່ຊື່, ຫລື ເວົ້າໄດ້ວ່າໃຊ້ປະກອບກັບຄຳວ່າ ຫລີກລ່ຽງ. ຕົວຢ່າງ: ເສັ້ນທາງນີ້ເຂົາເຈົ້າກ່ຳລັງແປງຢູ່, ເຈົ້າຄວນຈະລ່ຽງໄປທາງໃໝ່ ຄຳວ່າ: ຫຼີກລ່ຽງ ແລະ ຫຼີກລ້ຽງ ກັບຄວາມໝາຍໃນພາສາລາວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments