top of page
Search

ອະທິບາຍພາສາລາວຄຳວ່າ​ “ສຸກ” ມີຄວາມໝາຍແນວໃດ?

  • Writer: Superphil Phil
    Superphil Phil
  • Jul 18, 2020
  • 1 min read

ອະທິບາຍພາສາລາວຄຳວ່າ​ “ສຸກ” ມີຄວາມໝາຍແນວໃດ?

ພາສາລາວບໍ່ວ່າຈະເປັນຄຳໃດໆກໍ່ຈະປະກອບດ້ວຍ ຕົວອັກສອນ, ສະຫລະ, ພະຍັນຊະນະ ແລະ ວັນນະຍຸດຕ່າງໆ, ດັ່ງໃນພາສາລາວໃນຕອນນີ້ເຮົາຈະມາເວົ້າກ່ຽວກັບຄຳວ່າ ສຸກ ມີຄວາມໝາຍວ່າແນວໃດ ແລະ ຖ້າຈະມາເບິ່ງອົງປະກອບຂອງຄຳນີ້ກໍຄືກັບຄຳອື່ນໆທີ່ມີພະຍັນຊະນະ, ສະຫລະ ຕ່າງໆເຊັ່ນວ່າ ຄຳວ່າ ສຸກ​ ໃນພາສາລາວ ປະກອບດ້ວຍ “ສ​+ xຸ + ກ”​.

ree
DooDiDo

ຄຳວ່າ ສຸກ ຂຽນແບບດຽວແຕ່ມີຫຼາຍຄວາມໝາຍ.​

1. ເປັນຄຳລາວ​ເດີມ ເປັນຄຸນນາມ​​ ບອກສະພາບທີ່ປ່ຽນມາຈາກດິບ​ ໂດຍສະເພາະໝາກໄມ້ສຸກ,​ ອາຫານທີ່ຖືກຄວາມຮ້ອນແລ້ວ ສຸກ​ (ບໍ່ດິບ)​ນອກຈາກນີ້ຍັງໃຊ້ກັບການປຽບທຽບອື່ນໆໂດຍສະເພາະ ເຫດການທີ່ມີຄວາມເປັນໄປໄດ້ສູງ ເອີ້ນ​ ສຸກງອມ ເຊັ່ນ​ ຄວາມຮັກທີ່ສຸກງອມ,​ ເລື່ອງ​ນີ້ມັນສຸກງອມ…,​ ຄົນທີ່ເຄີຍບວດຮຽນຂຽນອ່ານ ເມື່ອລາສິກຂາອອກມາ ເອີ້ນວ່າ​ ຄົນສຸກ. 2. ມາຈາກປາລີ​. “ສຸຂະ” ຫຼື​ “ສຸຂ”​ ແປງ​ “ຂະ” ເປັນ ສະກົດ​ “ກ” ໝາຍເຖິງສະພາບທີ່ບໍ່ທຸກ,​ ສະພາບທີ່ບໍ່ສັບສົນ,​ ສະພາບທີ່ສະບາຍ.​ 3. ມາຈາກສັນສະກິດ. “ສຸກฺຣ” ຖືກຕັດ​ “ฺ ຣ” ອອກ,​ ໝາຍເຖິງ​ຊື່ພະອັກຄະນີ (ເທບແຫ່ງໄຟ)​ ເປັນຊື່ຂອງດາວເຄາະດວງທີ 6.​ ຂຶ້ນຕອນຫົວຄໍ່າ​ ໂຫລາສາດ​ເອີ້ນວ່າ​ ດາວປະຈຳເມືອງ,​ ຂຶ້ນຕອນເຊົ້າ ຂ້ອນແຈ້ງເອີ້ນວ່າ ດາວປະກາຍພຶກ.​ ດັ່ງນັ້ນ, ຈຶ່ງກາຍມາເປັນຊື່ຂອງວັນທີ​ 6​ ຂອງອາທິດ ຫຼື​ ສັບປະດາ​ ນັ້ນເອງ.​ ພາສາລາວຄຳວ່າ “ສຸກ” ມີຄວາມໝາຍແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page