top of page
Search

ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ ເສັຍ ແລະ ເສຍ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ ເສັຍ ແລະ ເສຍ.

ຄວາມຫຼາກຫຼາຍຂອງພາສາລາວ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍບາງເທື່ອຄໍາສັບໜຶ່ງກໍ່ແປໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ພ້ອມດຽວກັນນັ້ນ ມັນກໍ່ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ.

DooDiDo

    ບົດຄວາມຕອນນີ້ ເຮົາຈະມາເວົ້າເຖິງຄວາມໝາຍຂອງຄໍາສັບພາສາລາວກໍ່ຄືຄໍາວ່າ ເສັຍ ແລະ ເສຍ ສອງຄໍານີ້ຂຽນຕ່າງກັນ ແຕ່ວ່າອ່ານອອກສຽງຄືກັນ, ແລ້ວທາງດ້າຄວາມໝາຍຂອງມັນເດ ມີຄວາມຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ.

ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້: ຄຳວ່າ ເສັຍ. ເປັນຄໍາກໍາມະ ໝາຍເຖິງ ເອົາສຽມ, ພ້າ, ມີດ, ຈົກ… ຕັດ ຫຼື ຖາງ ຫຍ້າໃຫ້ແປນ. ຕົວຢ່າງ: ສວນຜັກຢູ່ຫຼັງບ້ານຄືວ່າຮົກເຮື້ອແທ້, ຖ້າຢາກໃຫ້ຜັກງາມກໍ່ໝັ່ນເສັຍຫຍ້າໃຫ້ມັນແດ່. ພໍ່ເຖົ້າລຸກມາເສັຍຫຍ້າເດີ່ນບ້ານແຕ່ເຊົ້າ ເພິ່ນວ່າຫຍ້າຕຶບຫຼາຍຢ້ານມີງູ. ຄຳວ່າ ເສຍ. ເປັນຄໍາກຳມະ ໝາຍເຖິງ ຫາຍໄປ, ບໍ່ເຫັນ, ຂາດ, ໃຊ້ບໍ່ໄດ້, ໝົດເປືອງ ແລະ ຖ້າປະສົມກັບຄໍາອື່ນຈະມີຄວາມ ໝາຍແຕກຕ່າງອອກໄປ ເຊັ່ນ: ເສຍຫາຍ ໝາຍເຖິງ ເສຍໄປ, ສູນໄປ, ບໍ່ຍັງເຫຼືອ. ຕົວຢ່າງ: ແມ່ເຖົ້າຂອງລາວເສຍໄດ້ 3 ປີ ແລ້ວ. ກະເປົາເງິນຂອງນາງແກ້ວເສຍຕອນລາວໄປທ່ຽວທະເລກັບໝູ່ມື້ວານນີ້. ເສຍການ ໝາຍເຖິງ ເຮັດໃຫ້ການງານຢຸດສະງັກ, ເຮັດໃຫ້ເສຍວຽກ. ຄໍາວ່າ ເສັຍ ແລະ ເສຍ ມີຄວາມໝາຍແນວໃດໃນພາສາລາວ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page