top of page
Search

ອະທິບາຍພາສາລາວກັບຄຳວ່າ ສະທ້ອນ ແລະ ສະເທືອນ.

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ອະທິບາຍພາສາລາວກັບຄຳວ່າ ສະທ້ອນ ແລະ ສະເທືອນ.

ພາສາລ້ວນແລ້ວແຕ່ມີເອກະລັກຂອງໃຜລາວ ແລະ ກໍ່ມີຄໍາສັບທີ່ຂຽນ ອ່ານຄ້າຍຄືກັນ ບາງຄໍາມັນອອກສຽງຕ່າງກັນແຕ່ໜ້ອຍດຽວ ອອກສຽງສັ້ນສຽງຍາວເທົ່ານັ້ນ ຖ້າເວົ້າຜິດກໍ່ເຮັດໃຫ້ຄວາມໝາຍປ່ຽນໄປແລ້ວ ລວມເຖິງການຕີຄວາມໝາຍຂອງມັນກໍ່ມີຫຼາຍຄໍາສັບທີ່ຄ້າຍຄືກັນ.

DooDiDo

ໃນພາສາລາວກໍ່ເປັນພາສາໜຶ່ງທີ່ມີຄໍາສັບຫຼາຍຄໍາທີ່ເຮົາຍັງນໍາໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ດັ່ງຄໍາສັບທີ່ເຮົາຈະນໍາມາເວົ້າໃນບົດຄວາມນີ້ຄື ຄໍາວ່າ ສະທ້ອນ ແລະ ສະເທືອນ ສອງຄໍານີ້ການຂຽນ ການອ່ານ ຕ່າງກັນ ແຕ່ຄົນສ່ວນຫຼາຍມັກຫຼົງຄວາມໝາຍຂອງມັນ. ແລະ ໃນບົດນີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້: ຄຳວ່າ ສະທ້ອນ: ເປັນຄໍາກໍາມະ ໝາຍເຖິງ ອາການເຕັ້ນຂຶ້ນລົງໄວໆ, ເຮັດໃຫ້ເຕັ້ນຂຶ້້ນລົງ, ການສະແດງໃຫ້ເຫັນຜົນໄດ້ຮັບກັບຄືນ, ສິ່ງໃດໜຶ່ງສ່ອງໃສ່ແວ່ນແຍງເອີ້ນວ່າພາບສະທ້ອນ. ຕົວຢ່າງ: ເມື່ອເຮົາກົ້ມຫົວລົງແລ້ວຮ້ອງດັງໆໃສ່ໃນໂອ່ງໃຫຍ່ ມັນຈະເກີດສຽງສະທ້ອນດັງອອກມາ. ຖ້າເຮົາເອົາແວ່ນແຍງ ຫຼືວັດຖຸປະເພດແກ້ວ ໄປສ່ອງໃສ່ຕາເວັນ ມັນຈະແສງສະທ້ອນ. ຜົນສະທ້ອນຈາກການຫຼິ້ນກິນຟຸ່ມເຟີຍກໍ່່ແມ່ນຄວາມຈົນ. ຄຳວ່າ ສະເທືອນ: ເປັນຄໍາກໍາມະ ໝາຍເຖິງ ຫວັ່ນໄຫວ, ສັ່ນໄປທົ່ວ, ສັ່ນໄປໝົດ. ຕົວຢ່າງ: ມີຈິດໃຈຫວັ່ນໄຫວຢ່າງຮຸນແຮງ ໃນເມື່ອໄດ້ປະສົບກັບສິ່ງທີ່ບໍ່ໜ້າພໍໃຈ ເຊັ່ນ: ເຫັນພາບແມ່ຕູ້ກອດຊາກສົບຫຼານນ້ອຍຮ້ອງໄຫ້ ແລ້ວຮູ້ສຶກສະເທືອນໃຈ. ມີຈິດໃຈຫວັ່ນໄຫວຢ່າງຮຸນແຮງ ເພາະວ່າມີສິ່ງໃດສິ່ງໜຶ່ງ ມາກະທົບເຮັດໃຫ້ຮູ້ສຶກເສົ້າໝອງ ເຊັ່ນ: ນະວະນິຍາຍສະເທືອນອາລົມ ອ່ານແລ້ວເຮັດໃຫ້ເສົ້າໂສກ ສະເທືອນອາລົມ. ແຜ່ນດິນໄຫວຄັ້ງນີ້ມັນຮຸນແຮງຫຼາຍຈົນສະເທືອນໄປທົ່ວແຂວງ ຄຳວ່າ ສະທ້ອນ ແລະ ສະເທືອນ ມີຄວາມໝາຍໃນພາສາລາວແນວໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page