ອະທິບາຍພາສາລາວ ຄຳວ່າ ສະ ແລະ ຊະ ມີຄວາມໝາຍແນວໃດ?
- Superphil Phil
- Aug 1, 2020
- 1 min read
ອະທິບາຍພາສາລາວ ຄຳວ່າ ສະ ແລະ ຊະ ມີຄວາມໝາຍແນວໃດ?
ຍ້ອນຄວາມຫຼາກຫຼາຍຂອງວິທີການນໍາໃຊ້ພາສາ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະບາງຄໍາສັບກໍ່ສາມາດແປໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ພ້ອມດຽວກັນນັ້ນ ມັນກໍ່ມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະເຂດ, ແຂວງ ແລະ ແຕ່ລະພາກຂອງປະເທດລາວ.
ບົດຄວາມນີ້ ເຮົາຈະມາເວົ້າເຖິງຄວາມໝາຍຂອງຄໍາສັບພາສາລາວກໍ່ຄືຄໍາວ່າ ສະ ແລະ ຊະ ສອງຄໍານີ້ສະກົດຄືກັນ ແຕ່ມີຄວາມໝາຍຕ່າງກັນ. ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:
ຄຳວ່າ ສະ. ເປັນທັງຄໍາກໍາມະ ແລະ ຄໍານາມ. ຄໍາກໍາມະ 1. ໝາຍເຖິງຫວິດນໍ້າ, ຕັກນໍ້າອອກແຕ່ບ່ອນໃດບ່ອນໜຶ່ງໃຫ້ບົກແຫ້ງ ດັ່ງເຊັ່ນ ສະປາ. ຕົວຢ່າງ: ມື້ຄືນນີ້ຝົນຕົກໜັກເຮັດໃຫ້ນໍ້າຖ້ວມເຂົ້າຮອດໃນເຮືອນ, ຂ້ອຍກັບແມ່ສະນໍ້າອອກໝົດຄືນຈົນບໍ່ໄດ້ນອນ. 2. ໝາຍເຖິງຊໍາລະ, ລ້າງໃຫ້ສະອາດ. ຕົວຢ່າງ: ຂ້ອຍໄດ້ຍິນເຂົາເວົ້າວ່າການສະຜົມເຮັດໃຫ້ຜົມຍາວໄວ, ສະນັ້ນຂ້ອຍຈຶ່ງສະຜົມຂອງຂ້ອຍທຸກມື້. 3. ໝາຍເຖິງຍົກໃຫ້, ທານ,ສະຫຼະ, ປະວາງ, ບໍ່ຫວງແຫນ. ມື້ນີ້ຂ້ອຍໄດ້ຮັບບັດເຂົ້າຊົມໜັງຟຣີ ແຕ່ວ່າຂ້ອຍພັດຄາວຽກບໍ່ສາມາດໄປເບິ່ງໄດ້ ຈຶ່ງຈໍາເປັນຕ້ອງໄດ້ສະຫຼະສິດ. ຄຳວ່າ ສະ ແລະ ຊະ ມີຄວາມໝາຍໃນພາສາລາວແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commenti