top of page
Search

ອະທິບາຍພາ​ສາ​ລາວ​ກັບຄຳວ່າ “ອົກ ແລະ ເອິກ”.

  • Writer: Superphil Phil
    Superphil Phil
  • Jul 5, 2020
  • 1 min read

ອະທິບາຍພາ​ສາ​ລາວ​ກັບຄຳວ່າ “ອົກ ແລະ ເອິກ”.

ອົກ ແລະ ເອິກ, ຫາກ​ໄດ້​ເຫັນ ຫລື ໄດ້ຍິນຄິດ​ວ່າ​ຫລາຍ​ຄົນ​ກໍ່​ຄົງ​ເຂົ້າ​ໃຈ​ແລ້ວ, ແຕ່ເຮົາ​ຈະ​ມາ​ໄຈ້​ແຍກ​ນຳ​ກັນ​ໃຫ້​ລົງ​ເລີກ​ເຂົ້າ​ໄປ​ອີກ​ລະ​ດັບ​ໜຶ່ງ​ເພື່ອ​ຄວາມ​ເຂົ້າ​ໃຈ​ໃນ​ພາ​ສາ​ລາວ​ໃຫ້​ລະ​ອຽດ​ກວ່າ​ເກົ່າ​ເຊິ່ງວ່າໃນບັນດາວັດຈະນານຸກົມທັງຫຼາຍອະທິບາຍໄວ້ໃນລັກສະນະດຽວກັນຄື ໝາຍເຖິງອະໄວຍະວະຢູ່ລະຫວ່າງຄໍກັບທ້ອງ ທີ່ເປັນລັກສະນະໂອບໂຜບ ເອີ້ນວ່າ ອົກ ຫຼື ເອິກ.

DooDiDo

ຄຳ​ວ່າ ອົກ ແລະ ເອິກ ໃນ​ວັດ​ຈະ​ນາ​ນຸ​ກົມ​​ດັ່ງ​ກ່າວຖ້າ​ເຮົາມາ​ສັງ​ເກດຄັກໆ​ຈະເຫັນວ່າການອະທິບາຍຂອງບັນດາວັດຈະນານຸກົມທີ່ກ່າວມາຂ້າງເທິງນີ້ຍັງບໍ່ມີຄວາມຊັດເຈນ ແລະ ຍັງ​ຂາດ​ການ​ອະ​ທິ​ບາຍ​ແບບ​ລະ​ອຽດ ເພາະຫາກ​ຈະການສັງເກດເບິ່ງ​ຕົວ​ຈິງ ແລະ ເຫັນຈາກການໃຊ້ຢູ່ໃນຊີວິດປະຈຳວັນຂອງຄົນໃນສັງຄົມ ຈະເຫັນຄວາມແຕກຕ່າງທາງດ້ານການໃຊ້ຢ່າງຊັດເຈນ ແລະ ໃນ​ຕອນ​ນີ້​ເຮົາ​ຈະ​ຂໍ​ອະ​ນຸ​ຍາດ​ນຳ​ຂ​ໍ້​ມູນ​ມາ​ແບບ​ປະ​ກອບ​ສ່ວນ ແລະ ຄົ້ນ​ຄິດ​ພິ​ຈາ​ລະ​ນາ​ໄປ​ນຳ​ກັນ​ຫາກວ່າ​ບໍ່​ຕົງ​ກັບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ບາງ​ທ່ານ​ກໍ່​ຕ້ອງ​ຂໍ​ອະ​ໄພ ແລະ ຈະ​ຂໍ​ອະ​ທິ​ບາຍ​ດັ່ງ​ນີ້.

ຄຳ​ວ່າ ອົກ. ໃນ​ພາ​ສາ​ລາວ ອົກ ແມ່ນໃຊ້ກັບຈິດໃຈ ທີ່ເປັນນາມທຳ ທີ່ສື່ເຖິງຄວາມຮູ້ສຶກທາງໃຈ ຄ້າຍ​ຄື​ກັບ​ວ່າ​ມີ​ບາງ​ສິ່ງ​ທີ່​ເຂົ້າ​ມາ​ກະ​ທົບ​ເຖິງ​ຄວາມ​ຮູ້​ສືກ​ອາດ​ຈະ​ເຮັດ​ໃຫ້​ດີ​ໃຈ ເສຍ​ໃຈ​, ປວດ​ໃຈ​ພາຍ​ໃນ​ ທີ່ບໍ່ກ່ຽວກັບກາຍະພາບ ທາງນອກ ຫລື ອະ​ໄວ​ຍະ​ວະ​ໃດ ແລະ ກໍ່​ບໍ່​ໄດ້​ໝາຍ​ເຖິງ​ໝາກ​ຫົວ​ໃຈ​ແຕ່​ຢ່າງ​ໃດ. ໃນ​ພາ​ສາ​ໄທ ອົກ​ ຄວາມ​ໝາຍ​ຈະ​ແມ່ນ​ຄວາມ​ໝາຍ​ດຽວ​ກັບ ເອິກ, ເຊິ່ງ​ເປັນ​ສິ່ງ​ທີ​ກ່ຽວ​ກັບ​ກາ​ຍະ​ພາບ ພາຍນອກ​ຂອງ​ຮ່າງ​ກາຍ, ເຊ​ິ່ງ​ພາ​ສາ​ໄທ​ຈະ​ບໍ່​ໃຊ້​ຄຳ​ວ່າ ເອິກ​ ແຕ່​ຖ້າ​ຫາ​ໃຊ້​ກໍ່​ອາດ​ຈະ​ເປັນ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ໄປ. ຕົວ​ຢ່າງ: ອົກຫັກ, ຫົວອົກ, ອ້ອມອົກ, ເຈັບອົກເຈັບໃຈ,​ ຕົກອົກຕົກໃຈ ເຊິ່ງຈະ​ໜາຍ​ເຖິງ​ຄວາມ​ຮູ້​ສືກ​ພາຍ​ໃນ​ຖ້າພາສາອັງກິດ ຈະ​ເວົ້າ​ໄດ້​ວ່າ​ເປັນ Mind ແລະ ບໍ່ແມ່ນ heart ເພາະຄຳນີ້ໃນພາສາລາວໝາຍເຖິງ “ໝາກຫົວໃຈ”. ຄຳ​ວ່າ ເອິກ. ໃນ​ພາ​ສາ​ລາວ ເອິກ ແມ່ນໃຊ້ກັບກາຍະພາບ ໝາຍເຖິງອະໄວຍະວະຢູ່ລະຫວ່າງຄໍກັບທ້ອງ ທີ່ເປັນລັກສະນະໂອບໂຜບ ເຊິ່ງເປັນຄວາມໝາຍຕາມວັດຈະນານຸກົມທີ່ນິຍາມໄວ້ຈາກມະຫາສິລາ 2549: 362-363 ດຣ. ທອງຄຳ 2008: 833-834 ສະຖາບັນ 2012: 967, 977. ຄວາມ​ໝາຍ​ຂອງ​ຄຳ​ວ່າ “ອົກ ແລະ ເອິກ” ໃນ​ພາ​ສາ​ລາວ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page