top of page
Search

ອະທິບາຍຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ?

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ອະທິບາຍຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ? ພາສາລາວຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.

DooDiDo

ດ້ວຍເຫດນັ້ນ ເຮົາຈຶ່ງນໍາເອົາບົດຄວາມທີ່ເປັນການອະທິບາຍຄວາມໝາຍສັບໃນພາສາລາວມາແບ່ງປັນ ເພື່ອຮຽນຮູ້ພາສາລາວໄປນໍາກັນ, ເຊິ່ງຕອນນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍຂອງຄໍາວ່າ ໂສມ ແລະ ໂຊມ ຟັງແບບຜິວເຜີນ ສອງຄໍານີ້ອອກສຽງຄ້າຍຄືກັນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍທີ່ແຕກຕ່າງກັນ. ມັນແຕກຕ່າງກັນຄືແນວໃດ ເຮົາມາຮຽນຮູ້ໄປນໍາກັນ. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້: ຄຳວ່າ ໂສມ: ເປັນຄໍານາມສາມາດແປໄດ້ຫຼາຍຄວາມໝາຍເຊັ່ນ: ຄວາມໝາຍທີ່ 1. ມີຄວາມໝາຍວ່າ ຮູບ, ຮູບຮ່າງ, ຮ່າງຄີງ ຕົວຢ່າງ: ຄົນທີ່ຈະໄດ້ຮັບຕໍາແໜ່ງນາງສາວລາວ ຕ້ອງເປັນຄົນທີ່ງົດງາມທັງຮູບໂສມ ແລະ ຈິດໃຈ. ຄວາມໝາຍທີ່ 2. ມີຄວາມໝາຍວ່າ ພະຈັນ, ດວງເດືອນ ຕົວຢ່າງ: ໂສມທີ່ຢູ່ເທິງຟ້າສ່ອງແສງລົງມາຍາມຄໍ່າຄືນ ມັນງົດງາມເຫຼືອຄໍາບັນຍາຍ. ຄວາມໝາຍທີ່ 3. ເປັນຊື່ເອີ້ນໄມ້ທີ່ເປັນເຄືອສະນິດໜຶ່ງ ມີຫົວຄືກັບຫົວຜັກກາດຂາວ ໃຊ້ເຮັດຢາອາຍຸວັດທະນະ ເຊິ່ງໃນຄໍາພີພາມບູຮານເລົ່າລືກັນວ່າ ເທວະດາເອົາໂສມນີ້ມາເຮັດນໍ້າເມົາ ສະນັ້ນ ນໍ້າເຫຼົ້າຈຶ່ງເອີ້ນວ່ານໍ້າໂສມ. ຄຳວ່າ ໂຊມ: ເປັນຄໍາກໍາມະ ມີຄວາມໝາຍວ່າ ໂຈມໄວ້, ຊວ້ານແລ້ວຍົກຂຶ້ນໃຫ້ພົ້ນຈາກພື້ນ. ຕົ້ນໄມ້ໃຫຍ່ຖືກລົມພະຍຸພັດແຮງຈົນເນີ້ງ ໃຫ້ຫາແນວມາໂຊມໄວ້ເພື່ອປ້ອງກັນບໍ່ໃຫ້ມັນລົ້ມ. ຕົວຢ່າງ: ນັກຮ້ອງຢູ່ເທິງເວທີ ໂຊມໂຊ່ລົງເພື່ອໃຫ້ຜູ້ຊົມຄ້ອງພວງມະໄລ. ເສື່ອມໂຊມ ໝາຍເຖິງເສຍກໍາລັງກາຍ ແລະ ກໍາລັງໃຈ, ກໍາລັງກາຍ ແລະ ກໍາລັງໃຈຫຼຸດຜ່ອນ. ຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page