ອະທິບາຍຄຳວ່າ “ແມ່ຍິງ-ຜູ້ຍິງ” ໃນພາສາລາວໂດຍຫຍໍ້
- Superphil Phil
- Mar 16, 2020
- 1 min read
ອະທິບາຍຄຳວ່າ “ແມ່ຍິງ-ຜູ້ຍິງ” ໃນພາສາລາວໂດຍຫຍໍ້ໃນຄວາມໝາຍຄຳວ່າ “ຍິງ” ທີ່ເປັນຄຳນາມ ໝາຍເຖິງເພດທີ່ມີອະໄວຍະວະສືບພັນ, ມີໂຄງສ້າງທາງກາຍຕ່າງກັບເພດຊາຍ ເອີ້ນວ່າ ເພດຍິງ ຫຼື ເພດແມ່. ເມື່ອເວລາເວົ້າກໍມັກນິຍົມເວົ້າວ່າ “ແມ່ຍິງ” ແລະ “ຜູ້ຍິງ” ຈຶ່ງເຮັດໃຫ້ຫຼາຍຄົນສັບສົນວ່າຄຳໃດຖືກ.
#ແມ່ຍິງ ປະກອບຈາກສອງຄຳຄື “ແມ່” ແລະ “ຍິງ” ຄຳວ່າ “ແມ່” ໃນທີ່ນີ້ໝາຍເຖິງຖານະນາມທີ່ເປັນເພດຍິງ ເມື່ອມາປະກອບຢູ່ຂ້າງໜ້າ ຈຶ່ງເປັນການຢໍ້າໃຫ້ຄຳວ່າ “ຍິງ” ເປັນຖານະທີ່ບົ່ງບອກວ່າຄວາມເປັນຍິງ ແລະເປັນທາງການຍິ່ງຂຶ້ນ.
#ຜູ້ຍິງ ແມ່ນປະກອບຈາກ ຄຳວ່າ “ຜູ້” ແລະ “ຍິງ” ຄຳວ່າ “ຜູ້” ແມ່ນຄຳແທນນາມທີ່ໃຊ້ຮຽງໄວ້ກັບນາມ ເຊັ່ນ ຜູ້ເຖົ້າ, ຜູ້ແກ່, ຜູ້ນັ້ນ, ຜູ້ນີ້, ຜູ້ຍິງ, ຜູ້ຊາຍ…
ຄຳວ່າ “ຜູ້ຍິງ” ຈຶ່ງໝາຍເຖິງຄຳແທນນາມບອກນາມ ໂດຍເຈາະຈົງເຖິງເພດຍິງ.
ໃນການນຳໃຊ້ໂດຍທົ່ວໄປ ເຖິງແມ່ນວ່າ “ແມ່ຍິງ” ຈະໃຊ້ໄດ້ທົ່ວເຖິງ ທຸກສະຖານະການກໍຕາມ ແຕ່ຄົນມັກເວົ້າວ່າ “ຜູ້ຍິງ” ຫຼາຍກວ່າ ແລະຖີ່ກວ່າ.
ຖ້າທຽບໃສ່ພາສາໄທ ຄຳວ່າ “ຜູ້ຍິງ” ຖືວ່າໃຊ້ກວ້າງ ແລະກວມທຸກຂົງເຂດ ແຕ່ພາສາໄທຈະບໍ່ໃຊ້ຄຳວ່າ “ແມ່ຍິງ” (แม่หญิง).
ດັ່ງນັ້ນ, ຈຶ່ງສະຫຼຸບວ່າ “ຜູ້ຍິງ” ແລະ “ແມ່ຍິງ” ມີຄວາມໝາຍດຽວກັນ ແຕ່ “ແມ່ຍິງ” ເປັນຄຳທາງການກວ່າ ແລະຜູ້ຍິງ ໃຊ້ເວົ້າຖີ່ກວ່າ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments