top of page
Search

ອະທິບາຍຄຳ​ວ່າ ລັບ ແລະ ຫລັບ ໃນພາສາລາວ

  • Writer: Superphil Phil
    Superphil Phil
  • May 26, 2020
  • 1 min read

ມາ​ຮູ້​ຈັກ​ພາ​ສາ​ລາວ​ອີກ​ຄຳ​ໜື່ງຄຳ​ວ່າ ລັບ ແລະ ຫລັບ

ພາ​ສາ​ລາວຄຳ​ວ່າ ລັບ ແລະ ຫລັບ ສອງ​ຄຳ​ນີ້​ເພື່ອ​ບໍ່​ໃຫ້​ສັບ​ສົນ ແລະ ເພື່ອ​ໃຫ້​ຫລາຍໆ​ຄົນ​ໃຊ້​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ຂອງ​ພາ​ສາ​ລາວ​ເຮົາ​ຈະ​ມາ​ແຍກ​ລະ​ອຽດ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂື້ນ​ຕື່ມ​ອີກ.



#ຄວາມຄືກັນ ທັງສອງສັບລ້ວນແຕ່ມີວຽງພື້ນຖານຕາມສຽງທຽບກັບ ລ ສຽງຕໍ່າ ຫຼ ເປັນພະຍັນຊະນະປະສົມ ກາຍເປັນສຽງສູງ ແລະປະກອບກັບສະຫຼະສຽງສັ້ນ-ສະກົດ ຕາຍ ເຊິ່ງການອອກສຽງ ລັບ ແລະ ຫຼັບ ກໍຄ້າຍກັນ (ສຳນຽງວຽງຈັນ) ຖ້າເປັນໃຕ້ ແລະເໜືອ ລັບ ອອກສຽງຕໍ່າຄືມີວັນນະຍຸດໄມ້ເອກ ແລະ ຫຼັບ ເປັນສຽງສູງກາງໆ.

#ຄວາມແຕກຕ່າງ ສອງສັບມີຄວາມໝາຍແຕກຕ່າງຢ່າງຊັດເຈນຄື:

#ລັບ (ลับ) ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກ​ປິດ​ໄວ້

ຕົວຢ່າງ:

ລັບຢູ່ກົກເສົາ, ຢູ່ບ່ອນລັບຫູລັບຕາ, ລັບໆລີ້ໆ, ລັບໜ້າລັບຫຼັງ, ລ່ວງລັບດັບຂັນ… #ລັບ (ลับ) ຖ້າເປັນຄຳກຳມະໝາຍເຖິງ ​ຝົນ, ຂັດ​ຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື​ ການເຮັດ​ໃຫ້​ແຫລມ​ຄົມ, ເຮັດ​ໃຫ້​ບາງ​ລົງ ຕົວ​ຢ່າງ: ລັບພ້າ ບາງທ້ອງຖິ່ນເອີ້ນ ຝົນພ້າ, ເພື່ອ​ໃຫ້​ຜ້າ ຫລື ມີດ ຄົມ ແລະ ຕັດ​ຟັນ​ເຂົ້າ​ດີ, …

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page