ອະທິບາຍຄວາມໝາຍເພື່ອໃຫ້ເຂົ້າໃຈລະອຽດຄໍາວ່າ ໃຈນ້ອຍ ແລະ ໃຈແຄບ.
- Superphil Phil
- Sep 6, 2020
- 1 min read
Updated: Oct 31, 2020
ອະທິບາຍຄວາມໝາຍເພື່ອໃຫ້ເຂົ້າໃຈລະອຽດຄໍາວ່າ ໃຈນ້ອຍ ແລະ ໃຈແຄບ. ໃນບົດນີ້ເຮົາຂໍຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ໃຈນ້ອຍ ແລະ ໃຈແຄບ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:
ຄຳວ່າ ໃຈນ້ອຍ. ໃຈນ້ອຍ ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຄຽດງ່າຍ, ຮ້າຍ ໂມໂຫໄວ. ຕົວຢ່າງ: ເວລານາງໄກ່ເຫັນແມ່ຂອງຕົນເອົາໃຈນ້ອງສາວຫຼາຍກວ່ານາງກໍເຮັດອາການໃຈນ້ອຍໃສ່ແມ່. ທ້າວເອກໂທຫາແຟນແລ້ວແຟນບໍ່ຮັບສາຍ ລາວກໍມີອາການໃຈນ້ອຍ ຄິດວ່າແຟນບໍ່ຮັກ. ຄຳວ່າ ໃຈແຄບ. ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຂີ້ຖີ່, ບໍ່ກວ້າງຂວາງ, ບໍ່ເຜື່ອແຜ່ແບ່ງປັນ. ຕົວຢ່າງ: ນາງແກ້ວຕາເປັນຄົນລວຍ ແຕ່ວ່າລາວບໍ່ມັກເຮັດບຸນເຮັດທານ ເພາະວ່າເສຍດາຍເງິນ (ໝາຍນາງ ເປັນຄົນໃຈແຄບ) ທ້າວທັດບໍ່ຍອມສະຫຼະບ່ອນນັ່ງເທິງລົດເມໃຫ້ແກ່ແມ່ຖືພາທ້ອງແກ່ທັ້ງທີ່ຕົນເອງເປັນລູກຜູ້ຊາຍເອິກສາມສອກ (ໝາຍເຖິງທ້າວທັດເປັນຄົນໃຈແຄບ) ມາຮູ້ຄວາມໝາຍຂອງຄຳວ່າ ນ້ອຍໃຈ ແລະ ໃຈແຄບ ນຳກັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments