ອະທິບາຍຄວາມໝາຍພາສາລາວກັບຄຳວ່າ ລົວ ແລະ ລົ້ວ.
- Superphil Phil
- Aug 14, 2020
- 1 min read
ອະທິບາຍຄວາມໝາຍພາສາລາວກັບຄຳວ່າ ລົວ ແລະ ລົ້ວ.
ພາສາລາວມີຫຼາກຫຼາຍຄໍາສັບທີ່ແຕກຕ່າງກັນໄປ ມີທັງຄໍາຄືກັນ ແລະ ຕ່າງກັນ, ບາງຄໍາສັບສະກົດຄືກັນ ແຕ່ວ່າ ຄວາມໝາຍຕ່າງກັນ, ບາງຄໍາສັບສະກົດຕ່າງກັນ ອ່ານຕ່າງກັນ ແຕ່ວ່າມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້, ໂດຍສະເພາະແມ່ນຄໍາສັບທ້ອງຖິ່ນຟັງຍາກ ແລະ ເຂົ້າໃຈຍາກ, ຖ້າຂຽນຕາມສໍານຽງການເວົ້າຂອງຄົນທ້ອງຖິ່ນອາດຈະເຮັດໃຫ້ຄວາມໝາຍປ່ຽນເປັນຄົນລະເລື່ອງເລີຍ.
ເຊິ່ງໃນບົດຄວາມນີ້ ເຮົາຈະຍົກເອົາຄໍາວ່າ ລົວ ແລະ ລົ້ວ ມາແລກປ່ຽນ ແລະ ຮຽນຮູ້ໄປນໍາກັນ, ເນື່ອງຈາກສອງຄໍານີ້ ຄົນສ່ວນຫຼາຍຍັງໃຊ້ຫຼົງ ແລະ ບໍ່ເຂົ້າໃຈຄວາມໝາຍຂອງມັນ. ຕາມຄໍາອະທິບາຍຄວາມໝາຍສັບພາສາລາວຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດສະຫຼຸບລວບລວມຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້: ຄຳວ່າ ລົວ. ຄໍາວ່າ ລົວ ເປັນໄດ້ທັງຄໍາກໍາມະ, ຄໍາຄຸນນາມ ແລະ ຄໍານາມ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນເຊັ່ນ: ລົວ (ຄໍາກໍາມະ): ມີຄວາມໝາຍວ່າ ຕີ ຫຼືເຄາະ ສິ່ງໃດໜຶ່ງບາດຖີ່ໆ ຫຼືໄວໆ. ຕົວຢ່າງ: ສຽງກອງຂອງເດັກນ້ອຍຮຽນຕີໃໝ່ລົວແບບບໍ່ໄປຕາມຈັງຫວະສຽງເພງ. ເມື່ອຮອດໂມງເລີກຮຽນ ຫຼື ໂມງເຂົ້າຮຽນ ນາຍຄູຈະລົວກະແລ່ງ ເພື່ອສົ່ງສັນຍານໃຫ້ ນັກຮຽນຮູ້. ລົວ (ຄໍາຄຸນນາມ): ມີຄວາມໝາຍວ່າ ສຽງເວົ້າບໍ່ແຈ່ມແຈ້ງ ເພາະລີ້້ນແຂງ. ຕົວຢ່າງ: ສຽງເວົ້າຂອງລາວເປັນລົວໆຂ້ອຍຟັງບໍ່ຄ່ອຍເຂົ້າໃຈ. ລົວ (ຄໍານາມ): ມີຄວາມໝາຍປ້າ ຫຼື ເອື້ອຍຂອງພໍ່, ເຊິ່ງຄໍານີ້ມັກໄດ້ຍິນຄົນທາງພາກເໜືອຂອງປະເທດລາວໃຊ້(ສ່ວນຫຼາຍແມ່ນຄົນຊໍາເໜືອ), ພວກເຂົາໃຊ້ເອີ້ນແທນໃຫ້ຍາດພີ່ນ້ອງຜູ້ໃຫຍ່, ຍາດພີ່ນ້ອງຜູ້ອາວຸໂສ ຮຽກວ່າ ລົວ ຫຼື ລົວອາ. ຄຳວ່າ ລົ້ວ. ຄໍາວ່າ ລົ້ວ ສາມາດໃຊ້ໄດ້ໃນຮູບແບບຂອງຄໍານາມ ແລະ ຄໍາຄຸນນາມ ມີຄວາມໝາຍແຕກຕ່າງກັນຕາມແຕ່ລະໂຄງສ້າງປະໂຫຍກຄື: ລົ້ວ (ຄໍານາມ): ແມ່ນຊື່ຂອງໂຕບ່າງຊະນິດໃຫຍ່ ເອີ້ນວ່າ ບ່າງລົ້ວ. ຕົວຢ່າງ: ຕອນເຊົ້ານີ້ພໍ່ຂອງຂ້ອຍໄປລ່າສັດປ່າ ເພິ່ນໄດ້ກະຮອກສອງໂຕ ແລະ ບ່າງລົ້ວໂຕໜຶ່ງ. ລົ້ວ (ຄໍາຄຸນນາມ1): ມີຄວາມໝາຍວ່າ ໃຫຍ່, ຍາວ ທີ່ເປັນຊື່ຜ້າ ຫຼືແຜ່ນແພຊະນິດໜຶ່ງ ເນື້ອບາງອ່ອນ ແລະ ມື່ນ ຜືນໃຫຍ່ ແລະ ຍາວ ຮຽກວ່າແພລົ້ວ, ສະໄບລົ້ວ. ລົ້ວ (ຄໍາຄຸນນາມ2): ມີຄວາມໝາຍວ່າ ບໍ່ມີລະບຽບ, ບໍ່ຢູ່ໃນລະບຽບກົດໝາຍ, ເຮັດໄປຕາມໃຈ, ເສລີບີຮົ່ວ ກໍ່ວ່າ. ເຊັ່ນ: ຄົນລົ້ວ, ຄົນເລງ. ລົ້ວ (ຄໍາຄຸນນາມ3): ມີຄວາມໝາຍວ່າ ບໍ່ກະກຽມ, ບໍ່ຕຽມການ. ຄຳວ່າ ລົວ ແລະ ລົ້ວ ມີຄວາມໝາຍແນວໃດໃນພາສາລາວ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Kommentare