top of page
Search

ອະທິບາຍຄວາມໝາຍຂອງຄຳວ່າ ຈຸດເດັ່ນ ແລະ ຈຸດແຂງ.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

Updated: Oct 31, 2020

ອະທິບາຍຄວາມໝາຍຂອງຄຳວ່າ ຈຸດເດັ່ນ ແລະ ຈຸດແຂງ. ຍ້ອນຄວາມຫຼາກຫຼາຍຂອງພາສາລາວ ຈຶ່ງເຮັດໃຫ້ການນໍາໃຊ້ຄໍາສັບຂອງຄົນລາວບໍ່ທັນຄົບຖ້ວນ ສ່ວນຫຼາຍແມ່ນອາໄສຄວາມລື້ງເຄີຍ ທີ່ເຄີຍເວົ້າຄໍາໃດກໍ່ໃຊ້ແຕ່ຄໍານັ້ນຢູ່ເລື້ອຍໆ, ເຊິ່ງແນ່ນອນວ່າຖ້າຫາກໃຊ້ຜິດຄໍາສັບຄວາມໝາຍກໍ່ຈະປ່ຽນໄປ ເຮັດໃຫ້ມີຄວາມເຂົ້າໃຈຜິດກັນໃນການສົນທະນາ. ສະນັ້ນ ເພື່ອຄວາມກະຈ່າງແຈ້ງໃນການນໍາໃຊ້ຄໍາສັບພາສາລາວ ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາແລກປ່ຽນ.ເຊິ່ງໃນບົດຄວາມນີ້ ເຮົາຈະເວົ້າ ກ່ຽວກັບຄໍາສັບທີວ່າ ຈຸດເດັ່ນ ແລະ ຈຸດແຂງ ສອງຄໍານີ້ຫຼາຍຄົນຄົງເຂົ້າໃຈວ່າມັນມີຄວາມໝາຍຄືກັນ ແຕ່ທີ່ຈິງແລ້ວມັນຕ່າງກັນ.

DooDiDo

ອີງຕາມຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໄດ້ດັ່ງນີ້: ຄຳວ່າ ຈຸດເດັ່ນ. ຈຸດເດັ່ນ ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ສິ່ງທີ່ປາກົດເຫັນຢ່າງແຈ່ມແຈ້ງ, ທີ່ສະດຸດຕາສະດຸດໃຈ ແລະ ໝາຍເຖິງຄຸນງາມຄວາມດີຂອງບຸກຄົນ ທີ່ພົ້ນເດັ່ນຂຶ້ນໃນໝູ່ມະຫາຊົນ ຫຼືໃນຂະບວນການ. ຕົວຢ່າງ: ເຮືອນຫຼັງນີ້ມີຈຸດເດັ່ນຢູ່ທີ່ຫຼັງຄາ, ມັນມີລັກສະນະທີ່ສວຍງາມ ແລະ ແຕກຕ່າງຈາກຫຼັງອື່ນໆ. ຈຸດເດັ່ນຂອງລາວແມ່ນຮອຍຍິ້ມທີ່ງົດງາມ ແລະ ມີເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ເພື່ອນ, ລາວຈຶ່ງໄດ້ຮັບລາງວັນທີ່ໜຶ່ງໃນການປະກວດນາງງາມຄັ້ງນີ້. ຄຳວ່າ ຈຸດແຂງ. ຈຸດແຂງ ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ຈຸດທີ່ເຂັ້ມແຂງ, ຈຸດທີ່ຝ່າຍກົງກັນຂ້າມຈະບໍ່ສາມາດເອົາຊະນະໄດ້, ກົງກັນຂ້າມ ກັບຈຸດອ່ອນ ເອີ້ນວ່າຈຸດແຂງ. ຕົວຢ່າງ: ຫຼັກຖານທີ່ມີ ເປັນຈຸດແຂງໃຫ້ແກ່ພວກເຮົາໃນການຕໍ່ສູ້ຄະດີ. ຊາຍຄົນນັ້ນມີສຽງຮ້ອງທີ່ຊົງພະລັງ ເຊິ່ງເປັນຈຸດແຂງຂອງລາວໃນການແຂ່ງຂັນຮ້ອງເພງໃນຄັ້ງນີ້. ຈຸດເດັ່ນ ແລະ ຈຸດແຂງ ມີຄວາມໝາຍອັນດຽວກັນບໍ່?


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page