top of page
Search

ອະທິບາຍຄວາມໝາຍຂອງຄຳວ່າ ຂໍ່າ ແລະ ຄໍ່າ ໃນພາສາລາວ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ອະທິບາຍຄວາມໝາຍຂອງຄຳວ່າ ຂໍ່າ ແລະ ຄໍ່າ ໃນພາສາລາວ. ສອງຄໍ່ານີ້ຂຽນຕ່າງກັນ ແຕ່ວ່າເວລາອ່ານຢາກອອກສໍານຽງຄ້າຍຄືກັນ, ຖ້າຫາກແມ່ນຄົນຊົນເຜົ່າ ຫຼື ຄົນທ້ອງຖິ່ນເວົ້າກໍ່ແຮງເຮັດໃຫ້ສໍານຽງເປັນຄືກັບວ່າສອງຄໍານີ້ເປັນຄໍາດຽວກັນເລີຍ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າສອງຄໍາດັ່ງກ່າວຈະອ່ານອອກສຽງຄ້າຍຄືກັນ ແຕ່ວ່າຄວາມໝາຍຂອງມັນແມ່ນແຕກຕ່າງກັນໂດຍສິ້ນເຊີງ. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

DooDiDo

ຄຳວ່າ ຂ່ຳ: ເປັນທັງຄໍາກໍາມະ ແລະ ຄໍານາມ, ຊຶ່ງມີຄວາມໝາຍແຕກຕ່າງກັນຄື: ຂໍ່າ (ຄໍາກໍາມະ) ໝາຍເຖິງ ຈັບ, ລູບ ຈັບຜ້າເອີ້ນວ່າ: ຂ່ຳຜ້າ; ຈັບມືເອີ້ນວ່າ: ຂໍ່າມື. ຕົວຢ່າງ: ລູກເອີ້ຍ! ແລງມາແລ້ວໄປຂໍ່າເບິ່ງເຄື່ອງນຸ່ງແມ່ຕາກໄວ້ຫຼັງບ້ານ ຄັນມັນແຫ້ງກໍ່ກູ້ມາໄວ້ສາ. ຄຳວ່າ ຄ່ຳ: ເປັນຄໍານາມ ໝາຍເຖິງເວລາແຕ່ພະອາທິດ ຫຼື ຕາເວັນຕົກໄປ, ເວລາມືດ, ເວລາກາງຄືນ ແລະ ໝາຍເຖິງການນັບວັນທາງຈັນທະລະຄະຕິ ຄື ການເບິ່ງເດືອນວ່າຂ້າງຂຶ້ນ ຫຼື ຂ້າງແຮມ, ຖ້າຂ້າງແຮມກໍ່ເອີ້ນວ່າແຮມໜຶ່ງຄ່ຳ, ແຮມສອງຄ່ຳ…ຖ້າຂ້າຂຶ້ນກໍ່ເອີ້ນວ່າຂຶ້ນໜຶ່ງຄໍ່າ, ຂຶ້ນສອງຄໍ່າ… ຄຳວ່າ ຂໍ່າ ແລະ ຄໍ່າ ມີຄວາມໝາຍຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page