ອະທິບາຍຄວາມໝາຍຂອງຄໍາວ່າ ຄໍາຂວັນ ແລະ ຄໍາຄົມ.
- Superphil Phil
- Aug 30, 2020
- 1 min read
ອະທິບາຍຄວາມໝາຍຂອງຄໍາວ່າ ຄໍາຂວັນ ແລະ ຄໍາຄົມ. ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມາເປັນຫົວຂໍ້ໃນການແລກປ່ຽນຄວາມຮູ້ນໍາກັນ. ສອງຄໍານີ້ ຫຼາຍຄົນມັກໃຊ້ຫຼົງກັນ ແລະ ຈໍາແນກບໍ່ໄດ້ເຖິງຄວາມໝາຍທີ່ແທ້ຈິວຂອງມັນ, ເຊິ່ງຖ້າຫາກເຮົານໍາໃຊ້ບໍ່ຖືກຄໍາ ແນ່ນອນວ່າຄວາມໝາຍປ່ຽນໄປແນ່ນອນ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈແຈ້ງຕື່ມໃນການນໍາໃຊ້ສອງຄໍາສັບນີ້ ເຮົາຈະຍົກເອົາສອງຄໍານີ້ມາໄຈ້ແຍກ ແລະ ອະທິບາຍຄວາມໝາຍຂອງມັນພ້ອມທັງຮູບແບບການນໍາໃຊ້ທີ່ຖືກຕ້ອງ.
ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້: ຄໍາຂວັນ: ຄໍາຂວັນ ເປັນຄໍານາມ ໝາຍເຖິງ ຄໍາເວົ້າສໍານວນທີ່ແຕ່ງຂຶ້ນ ເພື່ອເຕືອນໃຈ ຫຼືເພື່ອປຸກລະດົມຂະບວນການສ້າງສາພັດທະນາ ແລະ ຍ້ອງຍໍ ຊົມເຊີຍ. ຕົວຢ່າງ: ຄໍາຂວັນຂອງນັກຮຽນ “ ຮຽນໜັງສືແມ່ນຮັກຊາດ ” ຄໍາຂວັນຂອງຊາວໜຸ່ມ “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ… ” ຄໍາຄົມ: ຄໍາຄົມ ເປັນຄໍານາມ ໝາຍເຖິງ ພາສາວາຈາ ສໍານວນ ຄໍາເວົ້າທີ່ຫຼັກແຫຼມ ລໍ້າເລິກ ຊວນໃຫ້ຄິດ. ຕົວຢ່າງ: ຄໍາຄົມສອນໃຫ້ຮູ້ຈັກຄິດໄຕ່ຕອງກ່ອນຈະເວົ້າສິ່ງໃດອອກໄປ “ຄິດກ່ອນເວົ້າ ສັດຕູກາຍເປັນມິດ, ເວົ້າກ່ອນຄິດ ມິດກາຍເປັນສັດຕູ”. ຄໍາຄົມສອນໃຫ້ຮູ້ຈັກວ່າໃນບາງສະຖານະການວັດຖຸເງິນຄໍາບໍ່ສາມາດຊ່ວຍໃຫ້ເຮົົາເອົາຕົວລອດໄດ້ ຊໍ່າເຮົາມີປັນຍາທີ່ຫຼັກແຫຼມ “ມີເງີນເຕັມພາ ບໍ່ທໍ່ມີຜະຫຍາເຕັມພຸງ ” ຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Commentaires