ອະທິບາຍ ສຸພາສິດ:“ໄດ້ກິນຫມາກ ຢ່າລືມຜູ້ປູກ ໄດ້ມີສຸກ ຢ່າລືມຜູ້ກະທໍາ”
- Superphil Phil
- Mar 31, 2020
- 1 min read
“ໄດ້ກິນຫມາກ ຢ່າລືມຜູ້ປູກ ໄດ້ມີສຸກ ຢ່າລືມຜູ້ກະທໍາ” ນີ້ກໍ່ເປັນຄຳສຸພາສິດໜື່ງທີ່ເຮົາທີ່ເຮົາເຄີຍໄດ້ຍິນໄດ້ຟັງກັນມາຕະຫລອດເຊັ່ນກັນ.
ມວນມະນຸດທີ່ດໍາລົງຊີວິດຢູ່ບົນຫນ້າໂລກນີ້ ໄດ້ມີຢູ່ມີກິນຢ່າງອີ່ມຫນໍາສໍາລານ ແລະ ມີຄວາມສຸກຄວາມສະບາຍ ໄດ້ຊົມໃຊ້ວັດຖຸສິ່ງຂອງຕ່າງໆ ສ່ວນຫຼາຍແລ້ວ ແມ່ນເກີດມາຈາກການອອກແຮງງານ ແລະ ຫົວຄິດປະດິດສ້າງຂອງຮຸ່ນຄົນກ່ອນ. ສະນັ້ນ, ພວກເຮົາເປັນຄົນເກີດໃຫມ່ໃຫຍ່ລຸນຕ້ອງມີຄວາມກະຕັນຍູຮູ້ບຸນຄຸນຂອງຄົນຮຸ່ນກ່ອນ. ດັ່ງຄໍາສຸພາສິດທີ່ວ່າ: “ໄດ້ກິນຫມາກ ຢ່າລືມຜູ້ປູກ ໄດ້ມີສຸກ ຢ່າ ລືມຜູ້ກະທໍາ ”.
ແມ່ນແລ້ວ, ຕົ້ນໄມ້ທີ່ໃຫ້ຫມາກໂດຍສະເພາະແມ່ນຫມາກໄມ້ທີ່ຢູ່ໃນຮົ້ວໃນສວນ ຫຼື ໃນບ້ານເຊັ່ນວ່າ ຫມາກມ່ວງ, ຫມາກມີ້, ຫມາກພ້າວ, ສ່ວນຫຼາຍລ້ວນແລ້ວແຕ່ມີຜູ້ປູກຜູ້ຝັງ ຜ່ານການບົວລະບັດຮັກສາ ເປັນເວລາຫຼາຍຟ້າຫຼາຍປີຈຶ່ງຈະໄດ້ກິນຫມາກ,
ດັ່ງນັ້ນ, ເມື່ອເຮົາໄດ້ກິນ ແລ້ວກໍບໍ່ລືມຜູ້ປູກ ຄວນບົວລະບັດປົກປັກຮັກສາ ເຊັ່ນວ່າ ບໍ່ທໍາລາຍ ຕົ້ນໄມ້ບໍ່ຖາງບໍ່ນ້ໍາຖີ້ມ ພ້ອມທັງເສີມຂະຫຍາຍ ແລະ ປູກອີກຕື່ມ, ທັງນີ້ກໍເພື່ອເຮັດໃຫ້ທຸກຄົນມີຢູ່ມີກິນຢ່າງພຽງພໍ.
ຕໍ່ກັບຄໍາສຸພາສິດຕອນຫນຶ່ງທີ່ກ່າວມາຂ້າງເທິງນັ້ນ ຍັງບໍ່ທັນພຽງພໍ. ເມື່ອໃດມີຄວາມສະຫນຸກສຸກສະບາຍແລ້ວ ກໍບໍ່ລືມບຸນຄຸນຜູ້ທີ່ໄດ້ສັ່ງ ສອນມາກ່ອນ ເປັນຕົ້ນ ແມ່ນມະນຸດເຮົາໃນປັດຈຸບັນນີ້ທຸກຄົນແມ່ນໄດ້ມີຄວາມສຸກສະບາຍ ປາສະ ຈາກເສິກເຫນືອເສືອໃຕ້ ທຸກຄົນແມ່ນຍູທ່າງທໍາມາຫາກິນ ແລະ ໄປມາສະດວກສະບາຍທັງມີຄວາມເບີກບານມ່ວນຊື່ນ.
ສິ່ງທີ່ກ່າວມານັ້ນ ລ້ວນແລ້ວແຕ່ໄດ້ມາຈາກການກະທໍາ ແລະ ຫົວຄິດປະດິດສ້າງ ຂອງຄົນຮຸ່ນກ່ອນນັ້ນ ກໍຄືບັນພະບູລຸດເຮົາໃນສະໄຫມບູຮານ ເຊັ່ນວ່າ ເຈົ້າຟ້າງຸ່ມ, ເຈົ້າໄຊຍະເຊດຖາທິລາດ, ເຈົ້າສຸລິຍະວົງສາ ແລະຜູ້ອື່ນໆ ພ້ອມນັ້ນກໍຍັງມີວິລະຊົນສີທອງ ແລະຜູ້ອື່ນໆ
ບຸກຄົນທີ່ໄດ້ກ່າວມານັ້ນ ລ້ວນແລ້ວແຕ່ແມ່ນຜູ້ທີ່ມີຄວາມຈົງຮັກພັກດີຕໍ່ຊາດຕໍ່ປະຊາຊົນ ມີນໍ້າໃຈຮັກບ້ານເກີດເມືອງນອນ ມີນ້ໍາໃຈອົງອາດກ້າຫານ, ມີນ້ໍາໃຈມານະອົດທົນເອື້ອເຟື້ອເພື່ອແຜ່ ຮູ້ຈັກເສຍສະຫຼະ, ຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ.

ພາບ: xadlaos.com
ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ຍັງບໍ່ທັນພຽງພໍ ເມື່ອພວກເຮົາມາເວົ້າເຖິງສະໄຫມປະເທດຊາດຂອງພວກເຮົາ ຕົກເປັນຫົວເມືອງຂຶ້ນໃຫ້ຈັກກະພັດຕ່າງດ້າວ ພວກເຂົາໄດ້ ກົດຂີ່ຂູດຮີດ ພ້ອມທັງຈູດເຜົາຜານເຮືອນຊານບ້ານຊ່ອງ ໄຮ່ນາຮົ້ວສວນ ສັດສາວາສິ່ງ ພູຜາປ່າດົງ ແລະ ຊັບພະຍາກອນອັນລ້ໍາຄ່າຂອງພວກເຮົາ ເກືອບຈະບໍ່ມີຫຍັງເຫຼືອຄ້າງ. ຕໍ່ກັບການກະທໍາອັນໂຫດຮ້າຍ ປ່າເຖື່ອນທີ່ກ່າວມານັ້ນ ບັນດາຜູ້ນໍາທີ່ເເສນຮັກກໍໄດ້ຕັດສິນໃຈ ແລະ ສະຫຼະເຫື່ອແຮງທັງຫມົດເພື່ອອຸທິດຊີວິດເລືອດເນື້ອຕໍ່ສູ້ ຈົນກະທັງຊີວິດກໍບໍ່ເສຍດາຍ. ພ້ອມກັນນັ້ນກໍໄດ້ສົມທົບກັບປະຊາຊົນ ບັນ ດາເຜົ່າຕ່າງໆລຸກຂຶ້ນຕໍ່ສູ້ ແລະ ສົມທົບກັບບັນດາປະເທດອ້າຍນ້ອງ ເພື່ອສົມທົບກັນຕໍ່ສູ້ຢ່າງລະອິດລະອ້ຽວເປັນເວລາຫຼາຍສິບກ່ວາປີ ຈຶ່ງໄດ້ຮັບໄຊຊະນະ ນັ້ນກໍ່ຍ້ອນຜົນງານການກະທໍາຂອງບັນດາທ່ານຜູ້ນໍາ.
ລວມຄວາມວ່າ ການອະທິບາຍ-ພິສູດຄໍາສຸພາສິດທີ່ກ່າວມານັ້ນ ພວກເຮົາອາດເວົ້າໄດ້ວ່າ ຄວາມສໍາຄັນຂອງຄວາມກະຕັນຍູຮູ້ບຸນຄຸນ ມັນແມ່ນສິ່ງທີ່ປະເສີດ ແລະ ຈົບງາມຂອງຄົນຮຸ່ນຫຼັງ ຄວນຈາລຶກບຸນຄຸນຂອງຄົນຮຸ່ນກ່ອນ. ສະນັ້ນ, ພວກເຮົາເປັນນັກຮຽນຄວນ ເຝິກຝົນຕົນເອງໃຫ້ກາຍເປັນຄົນຮູ້ຜູ້ດີ ແລະ ພ້ອມນັ້ນກໍຈະຂໍຮ່ໍາຮຽນ ເອົາສິ່ງທີ່ດີງາມຂອງຄົນຮຸ່ນກ່ອນມາຜັນຂະຫຍາຍສືບໄປ ແລະ ຈະຂໍເຄົາລົບນັບຖື ຮູ້ບຸນຄຸນມາຍັງພໍ່ ແມ່ ຄູ-ອາຈານ ແລະ ຂໍຈາລຶກຄຸນງາມຄວາມດີຂອງບັນພະບູລຸດໄວ້ຕະຫຼອດໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido ແລະ ເວັບໄຊ doodido.com
ແຫລ່ງທີ່ມາ: xadlaos.com
Commentaires