top of page
Search

ອະທິບາຍ ສຸພາສິດ“ນຸ່ງຜ້າລາຍໝາເຫົ່າ ເວົ້າຄວາມເກົ່າຜິດກັນ”

  • Writer: Superphil Phil
    Superphil Phil
  • Mar 31, 2020
  • 1 min read

ເວົ້າ​ເລື່ອງ​ສ​ຸ​ພາບ​ສິດ​ບົດ​ນີ້​ພໍ​ດີ​ໄປ​ພໍ້​ຢູ່​ເຟ​ສ​ບຸກ ປ່ອງ​ຍ້ຽມ​ພາ​ສາ​ລາວ ​ເປັນ​ຕາ​ສົນ​ໃຈ​ຫລາຍ​ເລີຍ​ເອົາ​ມາ​ຟາກ

ບູຮານເຄີຍສອນໄວ້ວ່າ “ນຸ່ງຜ້າລາຍໝາເຫົ່າ ເວົ້າຄວາມເກົ່າຜິດກັນ” ຖືວ່າເປັນຄຳສອນທີ່ເຂົ້າກັບຈິດຕະວິທະຍາໄດ້ພໍສົມຄວນ ເຊິ່ງສາມາດໃຊ້ໄດ້ກັບທຸກຍຸກທຸກສະໄໝ.

#ນຸ່ງຜ້າລາຍ ໃນທີ່ນີ້ກໍຄືຄວາມແປກຫູແປກຕາ,​ ການກະທຳທີ່ແຕກຕ່າງ ເຊິ່ງລວມທີ່ດີ ແລະບໍ່ດີ #ໝາ ກໍຄືບັນດາຜູ້ຄົນທີ່ທັກທ້ວງວ່າ ດີ ແລະບໍ່ດີ,​ ຖ້າດີກໍຍົກຍ້ອງສັນລະເສີນ,​ ຖ້າບໍ່ດີກໍກ່າວຂວັນນິນທາ ຕຳໜິຕິຕຽນ ໄປຕ່າງໆນານາ..


#ເວົ້າຄວາມເກົ່າ ກໍຄືເລື່ອງເລົ່າໃນອະດີດທີ່ເຄີຍເກີດຂຶ້ນ ບູຮານເຈາະຈົງໃສ່ເລື່ອງທີ່ບໍ່ດີ,​ ເລື່ອງທີ່ເປັນປົມດ້ອຍ ແລະຂໍ້ຜິດພາດທີ່ເກີດຂຶ້ນກັບຄົນໃດໜຶ່ງ ທັງຄົນໃກ້ຕົວ ແລະໄກຕົວ ຖ້າຫາກບຸກຄົນໃດໜຶ່ງນຳມາເວົ້າຄືນຊໍ້າ ເວົ້າຕອກຢໍ້າເພື່ອເຮັດໃຫ້ຜູ້ຖືກເວົ້າອັບອາຍຂາຍໜ້າກໍຈະເກີດການຜິດຂ້ອງຕ້ອງຖຽງ ມີປາກມີສຽງກັນເກີດຂຶ້ນ.

#ຄວາມເກົ່າ ໃນຄຳສຸພາສິດນີ້ແມ່ນເນັ້ນຢໍ້າເຖິງເລື່ອງບໍ່ດີ ແລະຂໍ້ຜິດພາດໃນອະດີດ ວ່າເປັນຂໍ້ຕ້ອງຫ້າມເວົ້າ ເຊິ່ງມັນແມ່ນຄວາມຈິງສຸດທີ່ຈິງ ຕົວຢ່າງສອງຄົນເປັນແຟນກັນ ຫາກມີໃຜຜູ້ໜຶ່ງເອົາເລື່ອງແຟນເກົ່າມາປຽບທຽບກັບຄົນປັດຈຸບັນ ຈະທຽບທາງດີ ຫຼື ບໍ່ດີກໍຕາມ ຈະເກີດມີອີກຝ່າຍບໍ່ພໍໃຈ ແລະນຳໄປສູ່ເສັ້ນທາງຜິດຖຽງແຕກແຍກໃນທີ່ສຸດ.

ດັ່ງນັ້ນ,​ ຫຼັກການຢູ່ຮ່ວມກັນ ທັງໝູ່ເພື່ອນ ແລະຄູ່ຊີວິດ ກ່ອນຈະເວົ້າຕ້ອງຄິດໃຫ້ດີຖີ່ຖ້ວນ,​ ອົດທົນ,​ ຫັກຫ້າມໃຈໃນສິ່ງທີ່ຕອກຢໍ້າຄວາມເກົ່າ ແລະນຶກສະເໝີວ່າສິ່ງໃດຄວນ ແລະບໍ່ຄວນ ພຽງເທົ່ານີ້ການໃຊ້ຊີວິດຢູ່ຮ່ວມກັນກໍມີຄວາມສຸກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ​: fb #ປ່ອງຢ້ຽມພາສາລາວ

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page