ອະທິບາຍ ສຸພາສິດ“ຊາດທີ່ເປັນຄົນນີ້ ໃຫ້ທໍາພຽນຄືນົກເຈົ່າ ……..”
- Superphil Phil
- Mar 31, 2020
- 1 min read
“ຊາດທີ່ເປັນຄົນນີ້ ໃຫ້ທໍາພຽນຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ” ກໍ່ເປັນອີກໜື່ງສຸພາສິດທີ່ມີເນື້ອໃນທີ່ດີ.
ມະນຸດທີ່ດໍາລົງຊີວິດຢູ່ໃນສັງຄົມໃນປັດຈຸບັນນີ້ ສິ່ງສໍາຄັນສໍາລັບຄົນເຮົາ ຕ້ອງປະພຶດຕົນໃຫ້ມີຄຸນສົມບັດທັດສະນະຫຼັກຫມັ້ນອັນດີງາມ ຈຶ່ງຈະໄດ້ຮັບຄວາມນິຍົມຊົມຊອບຈາກຝູງຊົນອ້ອມຂ້າງຢ່າງກວ້າງຂວາງ ໃນນັ້ນ, ຕ້ອງປະກອບມີຄວາມຮູ້, ຄວາມສາມາດ, ມີຄວາມຖະຫນອມຖ່ອມຕົວ, ສຸພາບຄ່ຽມຄົມ ຈຶ່ງຈະສົມຄໍາສອນຂອງປູ່ຍ່າຕານາຍທີ່ກ່າວໄວ້ວ່າ:
ພວກເຮົາຮູ້ແລ້ວວ່າ ຢູ່ໃນວັນນະຄະດີທີ່ອຸດົມສົມບູນຂອງຊາດເຮົາ ບັນຫາຄໍາສຸພາສິດ, ຄໍາຜະຫຍາກາບ ກອນ ລ້ວນແລ້ວແຕ່ແມ່ນຄໍາເວົ້າທີ່ຈົບງາມ ເຊິ່ງປູ່ຍ່າຕານາຍຂອງພວກເຮົາໄດ້ປະດິດຄິດ ແຕ່ງຂຶ້ນມາ ເພື່ອເປັນການອົບຮົມບົ່ມນິໄສຂອງລູກຫຼານ ໂດຍໃຊ້ຮູບການສົມທຽບຕ່າງໆ ໃຫ້ພວກເຮົາໄດ້ມີການຄົ້ນຄິດຕຶກຕອງ, ພິຈາລະນາຖີ່ຖ້ວນ ໃນການເຄື່ອນໄຫວດໍາລົງຊີວິດ ດັ່ງຄໍາວ່າ: “ຊາດທີ່ເປັນຄົນນີ້ ໃຫ້ທໍາພຽນດັ່ງນົກເຈົ້າ…”. ນົກເຈົ່າແມ່ນສັດປີກຊະນິດຫນຶ່ງ ເຊິ່ງອາໄສຢູ່ຕາມຫ້ວຍຮ່ອງ ຫນອງບຶງ ໂດຍອາໄສປູ, ປາ, ກຸ້ງ, ຫອຍ ແລະ ສັດນ້ໍາອື່ນໆ ເປັນອາຫານລ້ຽງຊີບ ເຊິ່ງມັນມີຄວາມອົດທົນພາກພຽນ ແລະ ໃຊ້ທຸກວິທີທາງເພື່ອໃຫ້ໄດ້ອາຫານມາ. ແຕ່ບໍ່ໄດ້ຫມາຍຄວາມວ່າ ນົກເຈົ່າມີສັນຊາດຕະຍານຕົວະຍົວະຫຼອກລວງດອກ! ແຕ່ມັນຫາກມີນິໄສສະຫງົບ, ສະຫງ່ຽມຄ່ຽມຄົມ ອີກຍັງສະຫຼຽວສະຫຼາດ.
ຖ້າທຽບໃສ່ກັບຄົນແລ້ວ ແມ່ນເພິ່ນຢາກສັ່ງສອນໃຫ້ພວກເຮົາຮູ້ວ່າ: ເປັນຄົນຕ້ອງມີຄວາມຮູ້, ຄວາມສະຫຼາດ, ມີຄວາມສາມາດ, ມີຄຸນສົມບັດທັດສະນະຄ່ຽມຄົມ, ບໍ່ອວດອົ່ງທະນົງຕົວ, ບໍ່ປາກກ້າວ່າແຂງ ເປັນນັກຮຽນຕ້ອງຮູ້ຈັກເຄົາລົບນັບຖືຄູ-ອາຈານ ເຊື່ອງຟັງຄໍາສັ່ງສອນຂອງເພິ່ນ ເວລາຮຽນຕ້ອງເຊື່ອຟັງຄໍາອະທິບາຍຂອງຄູ ກ້າສະແດງອອກໃນການຕອບຄໍາຖາມຢູ່ເລື້ອຍໆ ເອົາໃຈໃສ່ແກ້ບົດເຝິກຫັດ ເພື່ອຍາດແຍ່ງເອົາຄະແນນດີໃນຫ້ອງ ຫຼືເວລາສອບເສັງ, ເວລາຢູ່ໃນຄອບຄົວຕ້ອງເຄົາລົບນັບຖື ຮັກແພງພໍ່ແມ່, ອ້າຍເອື້ອຍນ້ອງ, ເອົາໃຈໃສ່ຟັງຄໍາສັ່ງສອນຂອງເພິ່ນ ບໍ່ຄວນຕອບຖ້ອຍຖຽງຄວາມ, ຕ້ອງເປັນຄົນດຸຫມັ່ນຂະຫຍັນພຽນ, ຮູ້ຮັກການອອກແຮງງານ ພ້ອມນັ້ນກໍຍາດແຍ່ງເອົາຄວາມຮູ້ຄວາມສາ ມາດໃຫ້ແກ່ຕົນເອງ ຫາກເຮັດໄດ້ຄືແນວນັ້ນກໍຈະພົບແຕ່ຄວາມສຸກ ຄວາມສະບາຍ, ມີຄວາມກ້າວຫນ້າຢ່າງບໍ່ຢຸດຢັ້ງ ສົມກັບຄໍາສຸພາສິດຕອນທີ່ວ່າ: “..ຍາມເມື່ອບິນ ຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ” ຊຶ່ງມັນສະແດງໃຫ້ເຫັນເຖິງການສຶກສາອົບຮົມຄົນເຮົາໃຫ້ມີຄຸນສົມບັດດີ, ມີທັດສະນະຖືກຕ້ອງໃນສັງຄົມ.

ພາບ: xadlaos.com
ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ພວກເຮົາເປັນ ນັກຮຽນຍິ່ງຈໍາຕ້ອງສ້າງຕົນເອງໃຫ້ມີຄວາມຮູ້, ຄວາມສະຫຼາດ, ມີຄຸນສົມບັດທັດສະນະອັນດີງາມ. ໃນປັດຈຸບັນນີ້ປະເທດຊາດພວມ ຮຽກ ຮ້ອງຕ້ອງການຜູ້ຄົນທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດດີ ເພື່ອມາສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນສີວິໄລ. ຖ້າພວກເຮົາເຮັດໄດ້ຄືແນວນັ້ນ ກໍຈະມີຊື່ສຽງກຽດສັກສີ ເປັນທີ່ຮູ້ຈັກ ຂອງຄົນທັງຫຼາຍເຮັດໃຫ້ຄົນອື່ນຮັກແພງເຄົາລົບນັບຖື ມີຄຸນຄ່າແກ່ສັງຄົມ ແລະ ປະເທດຊາດ.
ດັ່ງຄຸນສົມບັດຂອງທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ ແລະ ຜູ້ນໍາອື່ນໆທີ່ລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດອັນສູງສົ່ງ, ມີຄວາມສະຫຼາດສະຫຼຽວ, ມີນ້ໍາໃຈຮັກຊາດ ຮັກບ້ານເກີດເມືອງນອນ ເຊິ່ງຄຸນງາມຄວາມດີຂອງເພີ່ນປຽບເຫມືອນລະຄັງທອງທີ່ດັງກ້ອງໄປທົ່ວຈັກກະວານ.
ຈາກການອະທິບາຍ-ພິສູດ ຄໍາສຸພາສິດທີ່ກ່າວມາຂ້າງເທິງນັ້ນ ມັນໄດ້ສະແດງໃຫ້ພວກເຮົາເຫັນວ່າ ເກີດມາເປັນຄົນຕ້ອງໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີທັດສະນະຄຸນສົມບັດຄຽງຄູ່ກັນໄປ. ດັ່ງນັ້ນ, ພວກເຮົາເປັນນັກຮຽນຕ້ອງທີ່ຈະຕັ້ງຫນ້າເຝິກຝົນຫລໍ່ຫຼອມຕົນເອງ ໃຫ້ເປັນຄົນພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ມີທັດສະນະຄຸນສົມບັດອັນດີງາມເພື່ອປະກອບສ່ວນເຂົ້າໃນການສ້າງ ສາພັດທະນາ ປະເທດຊາດໃຫ້ມີຄວາມຈະເລີນກ້າວຫນ້າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: xadlaos.com
Comentarios