ອະທິບາຍ ສຸພາສິດ“ຄົບຄົນດີມີສີແກ່ຕົວຄົບຄົນຊົ່ວພາຕົວຫມົ່ນຫມອງ”
- Superphil Phil
- Mar 31, 2020
- 1 min read
“ຄົບຄົນດີມີສີແກ່ຕົວຄົບຄົນຊົ່ວພາຕົວຫມົ່ນຫມອງ” ເປັນຄຳທີ່ເຮົາເຄີຍໄດ້ຍິນໄດ້ຟັງກັນມາຕະຫລອດແຕ່ນ້ອຍຈົນໃຫຍ່ ແລະ ກໍ່ສອດຄ່ອງ ແລະ ໃຊ້ໄດ້ກັບອະດີດຮອດປະຈຸບັນ ແລະ ພໍດີຂ້າພະເຈົ້າໄປພົບເຫັນຢູ່ເວັບໄຊ xadlaos.com ໄດ້ອະທິບາຍຄຳຈ່ຳພວກນີ້ໄວ້ຫລາຍຢ່າງເລີຍນຳມາເລົ່າຕໍ່.
ການດໍາລົງຊີວິດຂອງຄົນເຮົາ ມັນຂຶ້ນກັບສະພາບແວດລ້ອມ ແຕ່ມັນກໍປ່ຽນໄປຕາມກາລະຕາມການກະທໍາຂອງແຕ່ລະບຸກຄົນ ເຊິ່ງເຖົ້າແກ່ບູຮານໄດ້ຕັກເຕືອນສັ່ງສອນລູກຫຼານຂອງຕົນໃຫ້ມີສະຕິລະວັງຕົວໃນການທີ່ຈະຄົບຄ້າສະມາຄົມສະຫນິດສະຫນົມກັບຫມູ່ເພື່ອນຫຼາຍສະຫາຍ, ດັ່ງຄໍາສຸພາສິດບູຮານລາວໄດ້ກ່າວໄວ້ວ່າ:
ມວນມະນຸດທີ່ດໍາລົງຊີວິດຢູ່ຮ່ວມກັນນັ້ນ ໃນການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນທາງດ້ານວັດຖຸ ແລະຈິດໃຈ ການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຄົນດ້ວຍກັນ ຈຶ່ງກາຍເປັນສິ່ງທີ່ຄົນເຮົາທຸກຄົນບໍ່ສາມາດປະຕິເສດໄດ້. ຄວາມຜູກພັນຄວາມຮັກແພງຂອງຄົນເຮົາຈະບໍ່ຢຸດເຊົາ ຫຼື ຈໍາກັດຢູ່ໃນຂອບເຂດຂອງຄອບຄົວ ເຊື້ອສາຍວົງຕະກຸນເທົ່ານັ້ນ ແນ່ນອນມັນຈະຕ້ອງແຜ່ຂະຫຍາຍກວ້າງອອກໄປຕາມການເຄື່ອນໄຫວຊີວິດຂອງໃຜລາວ. ແຕ່ເຖິງຢ່າງໃດກໍຕາມສັງຄົມຫນຶ່ງໆກໍລ້ວນແຕ່ມີຄົນດີ ແລະຄົນບໍ່ດີປະປົນຢູ່ນໍາ.
ແຕ່ວ່າຄົນດີນັ້ນແມ່ນຄົນທີ່ມີແນວຄິດ ແລະ ການກະທໍາທີ່ຖືກຕ້ອງ, ມີວິທີການດໍາລົງຊີວິດທີ່ປອດໃສຂາວສະອາດຮູ້ປະພຶດ ປະຕິບັດຕົນ ຫຼື ເຄື່ອນໄຫວໄປມາຖືກຕ້ອງຕາມລະບຽບກົດຫມາຍ ຖືກຕ້ອງຕາມຮີດຄອງປະເພນີຂອງບ້ານເມືອງ ອັນນໍາມາເຊິ່ງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຈາກຫມູ່ຄູ່ ກໍຄືຄົນທີ່ຢູ່ອ້ອມຂ້າງ.
ດັ່ງນັ້ນ, ຖ້າພວກເຮົາຫາກໄດ້ໃກ້ຊິດສະຫນິດຕິດພັນ ຫຼືພົບປະກັບຄົນດີແລ້ວ ຊີວິດເຮົາກໍຈະກ້າວໄປຕາມເສັ້ນທາງທີ່ສົດໃສ ແລະດີງາມຄືເຂົາເຈົ້າເຊັ່ນວ່າ:
ຢູ່ໃນໂຮງຮຽນ ຫຼືຫ້ອງຮຽນ ຖ້າພວກເຮົາຫາກພົວພັນສະຫນິດສະຫນົມກັບຫມູ່ເພື່ອນ ຜູ້ທີ່ມີລະບຽບວິໄນດີມັກຄົ້ນຄວ້າຮ່ຳຮຽນ, ຮຽນເກັ່ງ ເຂົາເຈົ້າກໍຈະພາປະພຶດປະຕິບັດໄປໃນທາງທີ່ຖືກຕ້ອງ ພາພວກເຮົາຄົ້ນຄ້ວາຮ່ໍາຮຽນເພື່ອຊອກສະແຫວງຫາຄວາມສະຫຼາດຫຼັກແຫຼມໃສ່ຕົນເອງ ໃນທີ່ສຸດພວກເຮົາກໍຈະກາຍເປັນນັກຮຽນດີ, ຮຽນເກັ່ງ ເປັນລູກສິດທີ່ດີຂອງຄູອາຈານ, ເປັນລູກກະຕັນຍູຂອງພໍ່ແມ່ ແລະ ກາຍເປັນພົນລະເມືອງດີທີ່ມີກຽດສັກສີຢູ່ໃນສັງຄົມ.
ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ແມ່ນຍັງບໍ່ທັນຄົບຖ້ວນ ໃນສັງຄົມຫນຶ່ງໆ ຈະມີຄົນດີເປັນຈໍານວນຫຼວງຫຼາຍແລ້ວ ແມ່ນບໍ່ສາມາດປາສະຈາກໄປໄດ້ ຄົນອີກຈໍານວນຫນຶ່ງທີ່ທໍາຕົວເປັນຄົນບໍ່ດີ ບໍ່ແຕກຕ່າງຫຍັງກັບຕົ້ນຫມາກໄມ້ຕົ້ນຫນຶ່ງທີ່ມີຫມາກຕື່ງເຕັມ ເສາະໃສເປັນຈໍານວນຫຼວງຫຼາຍ ໃນນັ້ນກໍມີຫມາກໄມ້ບາງຫນ່ວຍຫ່ຽວແຫ້ງ ແມງກິນປະປົນຢູ່ນໍາ.
ຖ້າທຽບໃສ່ສັງຄົມມະນຸດເຮົາແລ້ວເຊັ່ນດຽວກັນ ຄົນບໍ່ມີສັງຄົມໃດທີ່ຈະມີຄົນດີທັງຫມົດ ເພາະວ່າຍັງມີກຸ່ມຄົນຈໍານວນຫນຶ່ງ ທີ່ຍັງປະພຶດຕົນເປັນຄົນຊົ່ວຊ້າຕໍ່າຊາມ ເຊິ່ງສ້າງຄວາມຫຍຸ້ງຍາກ ສັບສົນ ແກ່ຫມູ່ເພື່ອນກໍຄືສັງຄົມ ຄົນຈໍານວນີ້ຄືກັບເສດວັດຖຸ ທີ່ຊົມເຊື້ອເນົ່າເຫມັນເປັນພິດຕໍ່ກັບສະພາບແວດລ້ອມ, ເພາະສະນັ້ນ, ຖ້າພວກເຮົາຫາກໄປໃກ້ສິດຕິດພັນກຸ່ມຄົນຈໍາພວກນີ້ ຊີວິດອັນມີຄຸນຄ່າ ຂອງຄວາມເປັນມະນຸດພວກເຮົາກໍຈະລົງສູ່ເຫວເລິກແຫ່ງຄວາມມືດມົນ, ໃນຊີວິດຕົວຈິງກໍຫາກເປັນແນວນັ້ນແທ້ ສົມມຸດວ່າຖ້າພວກເຮົາຫາກໄປກິ້ງເກືອກລີເລືອຕິດພັນກັບຫມູ່ເພື່ອນນັກຮຽນທີ່ເປັນຄົນບໍ່ປະຕິບັດລະບຽບວິໄນຂອງໂຮງຮຽນ, ຂີ້ຄ້ານມັກງ່າຍ ບໍ່ມັກຄົ້ນຄວ້າ ຮ່ຳຮຽນ, ຂີ້ລັກມັກປຸ້ນ ຜົນສຸດທ້າຍກໍ່ຈະໄດ້ຮັບຄວາມລັງກຽດຈາກໝູ່ພື່ອນທັງຫຼາຍ ຈາກພໍ່ແມ່ກໍ່ຄືຄູບາອາຈານ, ກາຍ ເປັນຄົນທີ່ມີໂທດກໍາ ແລະ ບໍ່ມີຄຸນຄ່າໃດໆທັງສິ້ນ.

ພາບ: xadlaos.com
ດັ່ງຄໍາສຸພາສິດໄດ້ກ່າວໄວ້ວ່າ: “ພົບຄົນພານພາໄປທາງຜິດ” ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ສະພາບແວດລ້ອມອ້ອມຂ້າງຂອງພວກເຮົາກໍມີອັນດີ ແລະ ອັນບໍ່ດີ ທີ່ສົ່ງຜົນສະທ້ອນຕໍ່ແນວຄິດການກະທໍາຂອງພວກເຮົາ, ດັ່ງນັ້ນ, ກ່ອນທີ່ເຮົາຈະໄປໃກ້ສິດຕິດແທດກັບບຸກຄົນຜູ້ໃດຜູ້ຫນຶ່ງ ເຮົາຄວນຄິດຄໍານຶງເຖິງວ່າເຂົາເຈົ້າເປັນຄົນແນວໃດ ມີປະຫວັດຄວາມເປັນມາແນວໃດ ເຮົາຈະພົວພັນໃກ້ສິດເພື່ອຈຸດປະສົງອັນໃດ ເມື່ອສັງເກດຮູ້ວ່າເຂົາເປັນຄົນດີແລ້ວເຮົາຈິ່ງເຂົ້າໄປໃກ້ສິດສະຫນິດສະຫນົມ ເຮັດແນວນີ້ເລື້ອຍໆເຮົາ ຈຶ່ງຈະສາມາດນໍາເອົາຊີວິດຂອງເຮົາອອກໄປຈາກພິດໄພຂອງຄວາມຊົ່ວຊ້າລາມົກ ແລ້ວກໍ່ກາຍເປັນຄົນດີມີກຽດສັກສີສູງສົ່ງໃນສັງຄົມ ດັ່ງຄໍາເວົ້າທີ່ວ່າ: “ທໍາດີໄດ້ດີ” ນັ້ນກໍສະແດງໃຫ້ພວກເຮົາເຫັນວ່າຈະຢູ່ໃນສະພາບແວດລ້ອມສັງຄົມໃດກໍ່ຕາມ ຖ້າພວກເຮົາຫາກມີສະຕິລະວັງຕົວ, ມີຫຼັກຫມັ້ນດີປະພຶດປະຕິບັດຕົນໄປໃນທາງທີ່ຖືກຕ້ອງຈົບງາມ ກໍຈະເຮັດໃຫ້ບາດກ້າວໄປສູ່ເສັ້ນທາງທີ່ເຫຼື້ອມໃສງົດງາມ ແລະ ກໍກາຍເປັນບຸກຄົນທີ່ມີຄຸນຄ່າອັນສູງສົ່ງໃຫ້ແກ່ສັງຄົມ ແລະ ປະເທດຊາດ.
ຈາກບັນຫາທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າ ຄໍາສຸພາສິດບົດນີ້ ມັນແມ່ນແນວຄິດ ແມ່ນບົດຮຽນຂອງຄົນຮຸ່ນກ່ອນຝາກຝັງໄວ້ເປັນຂອງຕ້ອນອັນປະເສີດໃຫ້ແກ່ຄົນຮຸ່ນຕໍ່ໆມາຈົນຮອດປັດຈຸບັນນີ້ ມັນໄດ້ກາຍເປັນບົດຮຽນອັນລ້ໍາຄ່າ ໃນການເຄື່ອນໄຫວດໍາລົງຊີວິດປະຈໍາວັນຂອງພວກເຮົາ, ດັ່ງນັ້ນ, ໃນນາມທີ່ພວກເຮົາເປັນນັກຮຽນຈະຕັ້ງຫນ້າເຝິກຝົນຫລໍ່ຫຼອມຕົນເອງໃຫ້ມີສະຕິລະວັງຕົວ ມີຫຼັກຫມັ້ນ ແລະ ຈະພົວພັນກັບຫມູ່ຄູ່ເພື່ອນຝູງຜູ້ທີ່ດີ ເພື່ອພ້ອມກັນປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: xadlaos.com
Kommentare