top of page
Search

ອະທິບາຍ​​ຄຳ​ວ່າ “ມອງ” ໃນຄວາມໝາຍຂອງ​ພາ​ສາ​ລາວ.

  • Writer: Superphil Phil
    Superphil Phil
  • Jul 5, 2020
  • 1 min read

​ມາ​ຮູ້​ຈັກ​​ຄຳ​ວ່າ “ມອງ” ກັບ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ. ແນນອນ​ເພງ​ລາວທີ່​ກ່ຳ​ລັງ​ເປັນ​ກະ​ແສ ແລະ ມາ​ແຮງ​ຊ່ວງ​ນີ້​ຄົງ​ຈະ​ບໍ່​ພົ້ນ​ເພງ “ໃສ່​ໃຈ​ໄດ້​ແຕ່ … ມອງ”​ ເຊິ່ງກາຍເປັນໜຶ່ງໃນເພງລາວທີ່ກາຍເປັນກະແສດັງໄປທົ່ວໂລກໂຊຊຽວທັງຝັ່ງໄທ ແລະ ລາວ, ຫຼັງຈາກທີ່ປ່ອຍອອກມາໃຫ້ຟັງຜ່ານທາງ YouTube ເປັນເວລາພຽງໜຶ່ງເດືອນກໍ່ມີຜູ້ເຂົ້າຊົມແລ້ວເກືອບ 20 ລ້ານຄັ້ງ ​ເປັນ​ເພງ​ຮີດ​ຕິ​ດ​ປາກ​ໄວ​ລ​ຸ້ນ​ຫລາຍໆ​ຄົນ​ທັງ​ໃນ​ຕິກ​ຕັອກ ແລະ ທົ່ວ​ໄປ, ເວົ້າໄດ້ວ່າດັງເກີນຄວາມຄາດໝາຍ. “ໃສ່​ໃຈ​ໄດ້​ແຕ່ … ມອງ” ເປັນ​ເພງ​ທີ່ເປັນໄວໜຸ່ມລາວແຕ່ງ, ຮ້ອງ ແລະ ທີ່ຈັບກຸ່ມກັນມາສ້າງ​ຂື້ນ​ມາ ໂດຍຖ່າຍທຳວິດີໂອກັນ​ເອງ ແລະ ບົດ​ເພງ​ນີ້​ສ້າງ​ຂື້ນ​ໃນ​ຊື່ “ໃສ່​ໃຈ​ໄດ້​ແຕ່ … ມອງ”​ ໃນນັ້ນ​ບັນ​ຫາ​ທີ່​ກ່ຳ​ລັງເປັນ​ກະ​ແສ ແລະ ຜູ່​ຟັງ​ຜູ່​ຊົມ​ຫລາຍໆ​ທ່ານ​ຖົກ​ຖຽງ​ກັນ​ຫລາຍ​ໃນ​ເລື່ອງ​ຂອງ​ການ​ນຳ​ໃຊ້​ສັບ​ພາ​ສາ. ເນືອງຈາກຄວາມດັງຂອງເພງ​ຈິງ​ເຮັດ​ໃຫ້ເປັນກະແສຕາມມາບໍ່ໜ້ອຍກໍ່​ເລີຍ​ເຮັດ​ໃຫ້​ມີຄຳຖາມ​ເກີດ​ຂື້ນ​ມາ​ຢ່າງ​ຕໍ່​ເນື່ອງກັບຄຳວ່າ “ມອງ” ທີ່ຢູ່ໃນຊື່ເພງ ແລະ ໃນເນື້ອຮ້ອງວ່າ ຄຳສັບນີ້ເປັນຄຳລາວແທ້ບໍ? ຫລື ວ່າເປັນ​ການ​ນຳ​ຄຳໃນ​ພາ​ສາໄທມາ​ໃຊ້.

DooDiDo

“ໃສ່ໃຈໄດ້ແຕ່ມອງ… ມອງ” ເປັນຄຳສັບພາສາລາວ ຫຼື ບໍ່ “ມອງ” ຄຳນີ້ເປັນຄຳລາວ ຫຼື ຄຳໄທ? ຄຳຕອບແມ່ນ ເປັນໄດ້ທັງຄຳລາວ ແລະ ຄຳໄທ ແລະ ຄວາມໝາຍຍັງຄືກັນອີກ ແຕ່ບໍ່ແມ່ນທັງໝົດ. ສ່ວນທີ່ມີຄວາມໝາຍຄືກັນ ແມ່ນສ່ວນຂອງຄວາມໝາຍທີ່ເປັນຄຳກິລິຍາ. “ມອງ” ຄວາມໝາຍຕາມວັດຈະນານຸກົມ ໂດຍ ມະຫາສິລາ ວີຣະວົງ ມີດັ່ງນີ້: 1. ຄຳນາມ: ເຄື່ອງມືຫາປາຢ່າງໜຶ່ງສານດ້ວຍປ່ານ ຫຼື ຝ້າຍ ໃຊ້ຄຶງລັດເອົາປາ ຫຼື ກວາດເອົາປາ. 2. ຄຳນາມ: ຊື່ຂອງຄົກໃຊ້ຕຳເຂົ້າໂດຍການໃຊ້ຕີນຢຽບໃຫ້ເດື່ອງ ເອີ້ນວ່າ ຄົກມອງ. 3. ຄຳນາມ: ຄົນເທືອຍ, ຄົນມີອົງກຳເນີດຕາຍ ຫຼື ໃຊ້ປະໂຫຍດບໍ່ໄດ້ ໂດຍມາເປັນແຕ່ກຳເນີດ ເອີ້ນວ່າ ຄົນມອງ. 4. ຄຳກິລິຍາ: ເບິ່ງ, ຫຼິງ, ເຫັນ, ຫຼຽວ ຫຼື ຈອບເບິ່ງ. ​ມາ​ຮູ້​ຈັ​ກ​ກັບ​ຄຳ​ວ່າ “ມອງ” ​ມີຄວາມ​ໝາຍໃນ​ພາ​ສາ​ລາວ​ແນວ​ໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Kommentare


© 2023 by NOMAD ON THE ROAD. Proudly created with Wix.com

bottom of page