top of page
Search

ອະທິບາຍ ຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວມີຄວາມໝາຍແນວໃດ?

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ອະທິບາຍ ຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວມີຄວາມໝາຍແນວໃດ? ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ສອງຄໍານີ້ ຈະມີຄວາມໝາຍຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ ເຮົາມາສຶກສາ ແລະ ຮຽນຮູ້ໄປນໍາກັນ ໂດຍອີງໃສ່ຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:

DooDiDo

ຄຳວ່າ ຫຼົບ. ຫຼົບ ສາມາດໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມໄດ້ ເຊັ່ນ: – ຄໍາກໍາມະ. ໝາຍເຖິງ ເວັ້ນ ບໍ່ໃຫ້ຖືກຕົວ (ກໍລະນີມີວັດຖຸໃດໜຶ່ງຟົ້ງມາຫາເຮົາແລ້ວເຮົາເອົາຕົວເອງຫຍັບອອກເອີ້ນວ່າຫຼົບ) ຕົວຢ່າງ: ຂ້ອຍກໍາລັງນັ່ງຊົມການແຂ່ງຂັນບານເຕະ, ທັນທີທັນໃດໝາກບານກໍ່ກະເດັນມາຫາຂ້ອຍ ແລະ ຂ້ອຍກໍ່ສາມາດຫຼົບໄດ້ທັນ. ຝົນຕົກລົງມາໃນຂະນະທີ່ຂ້ອຍກໍາລັງຍ່າງອອກກໍາລັງກາຍ ຂ້ອຍເລີຍຊອກຫາບ່ອນຫົ່ມເພື່ອຫຼົບຝົນ. – ຄໍານາມ. ໝາຍເຖິງ ປົກໄວ້ເທິງຫຼັງຄາ ຫຼົບເຮືອນ. ຄຳວ່າ ຫຼີກ. ຫຼີກ ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜິກ, ຫຍັບອອກຈາກທາງ (ກໍລະນີວັດຖຸນັ້ນຢູ່ກັບທີ່ແລ້ວເຮົາບໍ່ຢາກກະທົບໃສ່ມັນ ເຮົາເອົາຕົວຫຍັບອອກ ເອີ້ນວ່າ ຫຼີກ) ຫຼື ຫຼີກລ່ຽງ ກໍວ່າໄດ້. ຕົວຢ່າງ: ຂ້ອຍຂັບລົດລັອກແລັກໄປມາກໍຍ້ອນຫຼີກຂຸມ, ເພາະວ່າຫົນທາງບ້ານຂ້ອຍມີຂຸມຫຼາຍ. ຂ້ອຍຫຼີກລ້ຽງການໃຊ້ຖະໜົນສາຍຫຼັກໃນຍາມໂມງການ ເພາະມັນລົດຕິດຫຼາຍ. ຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page