top of page
Search

ອະທິບາຍ ຄໍາວ່າ ມູນ ແລະ ໝູນ ຄວາມໝາຍໃນພາສາລາວ?

  • Writer: Superphil Phil
    Superphil Phil
  • Aug 13, 2020
  • 1 min read

ອະທິບາຍ ຄໍາວ່າ ມູນ ແລະ ໝູນ ຄວາມໝາຍໃນພາສາລາວ?

ຄໍາວ່າ ມູນ ແລະ ໝູນ ມີຫຼາຍຄົນທີ່ຍັງໃຊ້ຫຼົງກັນຢູ່ເລື້ອຍໆ ທັງນີ້ກໍ່ຍ້ອນຄວາມອຸດົມສົມບູນຂອງພາສາລາວ ທີ່ມີຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກ ຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.

DooDiDo

ສະນັ້ນ, ໃນບົດຄວາມນີ້ ເຮົາຂໍຍົກເອົາສອງຄໍາດັ່ງກ່າວຂຶ້ນມາເປັນຫົວຂໍ້ແລກປ່ຽນ ໃນການສຶກສາພາສາລາວ ໃຫ້ຖືກຕ້ອງໄປນໍາກັນ. ຈະຂໍອະທິບາຍຄວາມໝາຍ ແລະ ການໃຊ້ຄໍາສັບສອງຄໍານີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໂດຍ ດຣ.ທອງຄໍາ ອ່ອນມະນີສອນ.

ຄຳວ່າ ມູນ. ຄໍາວ່າ ມູນ ສາມາດໃຊ້ໄດ້ໃນຫຼາຍຮູບໂຄງສ້າງຂອງປະໂຫຍກ ສາມາດໃຊ້ເປັນ ຄໍາບຸບພະບົດ ຫຼື ຄໍານໍາໜ້ານາມ, ຄໍານາມ ແລະ ຄໍາຄຸນນາມ, ເຊິ່ງມີຄວາມໝາຍແຕກຕ່າງກັນດັ່ງນີ້: ມູນ (ຄໍາບຸບພະບົດ ຫຼື ຄໍານໍາໜ້ານາມ) ມີຄວາມໝາຍວ່າ: ເຫງົ້າ, ກົກ, ເຄົ້າ, ທີ່ຕັ້ງເດີມ. ຄໍານາມ ຄວາມໝາຍ 1: ມີຄວາມໝາຍວ່າ: ລາຄາ, ຕົ້ນທຶນ ເຊັ່ນ ສິ່ງຂອງທີ່ມີລາຄາ ເອີ້ນ ມູນຄ່າ. ຕົວຢ່າງ: ຂອງຂວັນທີ່ເຮັດດ້ວຍມືເຖິງຈະມີມູນຄ່າບໍ່ສູງ ແຕ່ວ່າມີຄຸນຄ່າທາງຈິດໃຈ. ຄວາມໝາຍ 2: ມີຄວາມໝາຍວ່າ: ສົມບັດເດີມ, ສົມບັດທີ່ໄດ້ຮັບມາຈາກພໍ່ແມ່. ຄຳວ່າ ໝູນ. ຄໍາວ່າ ໝູນ ເປັນຄໍາກໍາມະ ມີຄວາມໝາຍວ່າ ຮອງໄວ້, ຊູຂຶ້ນ, ຄໍ້າໄວ້, ຄໍ້າຄູນ. ຕົວຢ່າງ: ຂາໂຕະບໍ່ເທົ່າກັນໃຫ້ຫາແນວມາໝູນໄວ້ບໍ່ໃຫ້ມັນງ່ຽງ. ເວລາເປັນໄຂ້ຫວັດເວລານອນໃຫ້ໝູນໝອນສູງແດ່ ເພື່ອໃຫ້ຫາຍໃຈສະດວກ. ຄໍາວ່າ ມູນ ແລະ ໝູນມີຄວາມໝາຍແນວໃດໃນພາສາລາວ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page