ອະທິບາຍຄຳສັບກ່ຽວກັບການ ເບິ່ງ ໃນພາສາລາວ.
- Superphil Phil
- Jul 5, 2020
- 1 min read
ອະທິບາຍຄຳສັບກ່ຽວກັບການ ເບິ່ງ ໃນພາສາລາວ. ຄຳໃນພາສາລາວກໍ່ອາດຈະຄ້າຍຄືກັບພາສອື່ນໆບາງປະເທດໂດຍສະເພາະແມ່ນພາສາລາວ ແລະ ພາສາໄທ, ໃນພາສາລາວຄຳວ່າ ເບິ່ງ ນັ້ນ ສາມາດແຍກອອກເປັນຫລາຍແບບ ແລະ ສາມາດເວົ້າໄດ້ຫລາກຫລາຍຄຳທີ່ແຕກຕ່າງກັນໄປແຕ່ມີຄວາມໝາຍອັນດຽວກັນ ຄື ການເບິ່ງ ຫລື ການເຫັນແຕ່ໃນການນຳໃຊ້ອາດຈະແລ້ວແຕ່ເຫດການຫລື ສະຖານະການເວລານັ້ນເຊິ່ງມີລັກສະນະຕ່າງໆດັ່ງຕໍ່ໄປນີ້.

ເຮົາຈະມາເວົ້າແຕ່ລະຄຳທີ່ມີຄວາມໝາຍອັນດຽວກັນ ຫລື ຄ້າຍຄືກັນທີ່ສຸດກັບຄຳວ່າ ເບິ່ງ ເຊິ່ງເຮົາຈະມີຫລາຍເຕີບແຕ່ອາດຈະຍັງຄົງຂາດຕົກຢຸ່ບາງຄຳແຕ່ພຽງເທົ່ານີ້ກໍ່ໜ້າຈະເຮັດໃຫ້ຫລາຍໆຄົນເຂົ້າໃຈຫລາຍແລ້ວ, ເຊິ່ງລາຍລະອຽດລຸ່ມນີ້ຂ້າພະເຈົ້າໄດ້ນຳເອົາມາຈາກ ເພຈ ແລະ ເວັບໄຊ ປ່ອງຢ້ຽມພາສາລາວທີ່ພວກເພີນໄດ້ອະທິບາຍໄວ້ດີ ແລະ ລະອຽດຫລາຍເພາະຂ້າພະເຈົ້າເອງກໍ່ເປັນໜຶ່ງໃນສະມະສິກຕິດຕາມທາງເພຈຂອງ ປ່ອງຢ້ຽມພາສາລາວມາຕະຫລອດ ແລະ ໄດ້ນຳມາເວົ້າ ສົ່ງຕໍ່ໃຫ້ຫລາຍໆທ່ານທີ່ຍັງຕ້ອງການສືກສາພາສາລາວໃຫ້ລະອຽດ ແລະ ຖືກຕ້ອງໄດ້ຮູ້ນຳກັນ. ຄຳທີ່ມີຄວາມໝາຍຄ້າຍຄືກັນກັບ ເບິ່ງ.ຈອບ : ຄືການລັກເບິ່ງແບບບໍ່ໃຫ້ຄົນອື່ນຮູ້ ເຫັນບໍ່ເຕັມເມັດເຕັມໜ່ວຍ ຈ້ອງ : ຕັ້ງໃຈເບິ່ງຢ່າງຈົດຈໍ່ ເຫັນຄັກເຫັນແນ່ ສິ້ງ : ເບິ່ງດ້ວຍຄວາມຕັ້ງໃຈແບບສັງເກດ ສ່ອງ : ລີ້ຢູ່ບ່ອນລັບເບິ່ງ, ເບິ່ງໃນປ່ອງໃນຮູ ຊອມ : ເບິ່ງຫ່າງໆເຫີນໆ ດູ : ເບິ່ງແບບເພີນໆ ແຕ່ເຫັນດີ ແຍງ : ເບິ່ງແລ້ວເບິ່ງອີກແບບບໍ່ພັບຕາ ເວົ້າລະອຽດກ່ຽວກັບຄຳສັບກ່ຽວກັບການ ເບິ່ງ ໃນພາສາລາວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments