top of page
Search

ອະ​ທິ​ບາຍຄວາມ​ໝາຍ​ຂອງ ສຳ​ມະ​ນາ ໃນ​ພາ​ສາ​ລາວ.

  • Writer: Superphil Phil
    Superphil Phil
  • Jul 4, 2020
  • 1 min read

ອະ​ທິ​ບາຍຄວາມ​ໝາຍ​ຂອງ ສຳ​ມະ​ນາ ໃນ​ພາ​ສາ​ລາວ.

ໃນ​ພາສາລາວ ແລະ ພາສາໄທ ມີ​ຫລາຍ​ໆ​ຄຳ​ທີ່ອ່ານອອກສຽງແບບດຽວ ແລະ ຄວາມ​ໝາຍ​ກໍ່​ຄ້າຍ​ຄື​ກັນ ແລະ ຄຳ​ວ່າ ສໍາມະນາ(ສັມມະນາ-สัมมมา) ໃນ​ການ​ຂຽນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນເລັກ​ນ້ອຍ, ແຕ່ການຂຽນພາສາໄທ ຄ້າຍຄືກັບພາສາລາວເດີມ ຕ່າງແຕ່ໜັງສືລາວຕົວກົມ,ໜັງສືໄທຕົວລ່ຽມ ແລະ ທັງສອງພາສາມີຄວາມໝາຍແບບດຽວກັນລວມ​ທັງ​ການ​ອອກ​ສຽງ​ທີ່​ຄື​ກັນ​ອີກ​ດ້ວຍ, ເຮົາ​ຈະ​ມາ​ເວົ້າ​ເພີ່ມ​ຕື່ມ​ໃຫ້​ລະ​ອຽດ​ອີກ​ດັ່ງ​ນີ້.

ຄວາມ​ໝາຍ​ຂອງ​ຄຳ​ວ່າ ສຳ​ມະ​ນາ.

ຖ້າ​ຈະ​ເວົ້າ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ສຳ​ມະ​ນາ ຫລາຍໆ​ຄົນ​ຄົງ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ໃນ​ຫົວ​ຢູ່​ພໍ​ປະ​ມານ​ແຕ່​ໃນ​ທີ່​ນີ້​ຂ້າ​ພະ​ເຈົ້າ​ຈະ​ຂໍ​ໃຫ້​ຄວາມ​ໝາຍ​ທີ່​ອາດ​ຈະ​ຄື​ກັນ​ກັບ​ຫລາຍໆ​ຄົນ ຫລື ອາດ​ຈະ​ບໍ່​ຄື​ກັນ 100% ແຕ່​ກໍ່​ລອງ​ມາ​ຂະ​ຫຍາຍ​ຄວາມ​ໃຫ້​ລະ​ອຽດ​ນຳ​ກັນ​ດັ່ງ​ນີ້, ສຳ​ມະ​ນາ: ໝາຍເຖິງ ກອງປະຊຸມ ເຊິ່ງມີຈຸດປະສົງເພື່ອແລກປ່ຽນຄວາມຮູ້ ຄວາມຄິດເຫັນ ແລະ ສົນທະນາໃນຫົວຂໍ້ໃດໜຶ່ງ ຊອກຫາຂໍ້ສະຫລຸບ ຫລື ຄຳສະເໜີແນະນຳ ໃນເລື່ອງໃດເລື່ຶອງໜຶ່ງ, ຜົນສະຫລຸບທີ່ໄດ້ຖືວ່າເປັນຂໍ້ສະເໜີແນະນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງໄປປະຕິບັດ ຫຼື ບໍ່ປະຕິບັດກໍ່ຕາມ.

​ເວົ້າ​ລາວ​ກັນ

ຕົວ​ຢ່າງ. ການສຳມະນາການສຶກສານອກໂຮງຮຽນ(ປະຊາສຶກສາ) ໝາຍຄວາມວ່າເອົາປະຊາຊົນທີ່ຍັງບໍ່ໄດ້ຮຽນໜັງສືໃນສາຍສາມັນ ມາບໍາລຸງຮຽນຄືນໃຫ້ມີໃບຢັງຢືນ ຫຼື ປະກາສະນີຍະບັດ ໃນສາຍສາມັນ ຫລື ໃນ​ລະ​ດັບຄວາມ​ຮູ້​ຕ່າງໆ. ການປະຊຸມທາງວິຊາການ ເພື່ອປຶກສາຫາລື ໃນການດໍາເນີນງານຢ່າງໃດຢ່າງໜຶ່ງ ເຊັ່ນ: ສໍາມະນາໂຄງການພັດທະນາຄວາມຮ່ວມມືທາງດ້ານເສດຖະກິດໃນພູມີພາກລຸ່ມແມ່ນໍ້າຂອງ ຄື ການຫາລືດ້ານວຽກງານເສດຖະກິດຂອງ 6 ປະເທດລຸ່ມແມ່ນໍ້າຂອງຄື: ໄທ, ພະມ້າ, ລາວ, ຈີນ(ຢູນນານ), ກໍາປູຊາ ແລະ ຫວຽດນາມ. +ຈຸດປະສົງຂອງການສຳມະນາ:

  • ເພື່ອເປັນການຝຶກອົບຮົມ, ການປະຕິບັດ, ການຊີ້ແຈງ, ການແນະນຳ, ການສອນ ຫລື ການປູກຈິດສຳນຶກ ແລະ ຄຳແນະນຳ ໃນເລື່ອງທີ່ກ່ຽວຂ້ອງກັບຫົວຂໍ້ເຫດການ.

  • ເພື່ອພິຈາລະນາ, ສຳຫຼວດ, ກວດກາບັນຫາຕ່າງໆ ຫຼື ຫຼາຍບັນຫາ ເພື່ອເຂົ້າໃຈເຖິງປະເດັນຕ່າງໆທີ່ກົງກັນຫຼື ກົງກັບ ວຽກງານ.

  • ເພື່ອ ນຳສະເໜີ ຂໍ້ມູນທີ່ໜ້າສົນໃຈ ທັນສະໄໝ ແລະ ເໝາະສົມກັບສະຖານະການ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ຄວາມເຂົ້າໃຈ ປຸກລະດົມຄວາມຄິດ ເພື່ອຕັດສິນໃຈ ຫຼື ກຳນົດນະໂຍບາຍ ກຳນົດແນວທາງໃນການຈັດຕັ້ງປະຕິບັດ.

  • ເພື່ອຊອກຫາຂໍ້ຕົກລົງຮ່ວກັນ ດ້ວຍວິທີການສົນທະນາ ແລກປ່ຽນຄວາມຄິດເຫັນຢ່າງເສລີ ຊັກ – ຖາມ, ຖົກຖຽງ ແລະ ສົນທະນາພາຍໃຕ້ຫົວຂໍ້ທີ່ລະບຸໄວ້.

​ພາສາລາວຄຳ​ວ່າ ສຳມະນາ ມີຄວາມໝາຍວ່າແນວໃດ ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page