ອະທິບາຍຄວາມໝາຍຂອງຄຳວ່າ ສັບ ແລະ ຊັບ
- Superphil Phil
- Apr 21, 2020
- 1 min read
ຮູ້ຈັກຄໍາວ່າ ສັບ ແລະ ຊັບ
‘ສັບ’ ແລະ ‘ຊັບ’ ສອງຄຳນີ້ ບາງຄົນມັກຂຽນຫຼົງກັນ ຍ້ອນວ່າການອອກສຽງໃກ້ຄຽງກັນ, ຕ່າງແຕ່ສຽງວັນນະຍຸດ ‘ສັບ’ ຢູ່ໃນວັນນະຍຸດສຽງສູງ ສ່ວນ ‘ຊັບ’ ຢູ່ໃນວັນນະຍຸດສຽງກາງ. ແຕ່ເວລາເວົ້າໃນປະໂຫຍກຍາວໆແລ້ວ ຄຳວ່າ ‘ສັບ’ ທີ່ເປັນຄຳນາມມີສຽງສູງມັກຫຼຸດລະດັບລົງມາສູ່ສຽງກາງ. ຈາກປາກົດການຜັນສຽງຕົວຈິງດັ່ງກ່າວຈຶ່ງພາໃຫ້ພວກເຮົາມັກຫຼົງຈາກ ‘ສັບ’ ເປັນ ‘ຊັບ’.

ເຖິງຈະມີສຽງໃກ້ຄຽງກັນ ແຕ່ຄວາມໝາຍທັງສອງຄຳທີ່ເປັນຄຳນາມນັ້ນຕ່າງກັນຢ່າງສິ້ນເຊິງດັ່ງນີ້:
ຄໍາວ່າ:‘ສັບ’ ທີ່ເປັນຄຳນາມ ມີຄວາມໝາຍວ່າ ‘ຄຳເວົ້າ, ສຽງເວົ້າໜຶ່ງທີ່ມີຄວາມໝາຍ’ ເຊັ່ນ ສັບນີ້ແປເປັນພາສາອັງກິດວ່າແນວໃດ? ‘ສັບ’ ເພິ່ນມັກຊ້ອນທ້າຍກັບຄຳວ່າ ‘ຄຳ’ ເປັນ ‘ຄຳສັບ’.
ອີກຄວາມໝາຍໜຶ່ງ “ສັບ” ເປັນຄໍາກໍາມະທີ່ໃຊ້ກັບວັດຖຸສິ່ງຂອງທີ່ມີຄົມເຊັ່ນ: ພ້າ; ມີດ; ສຽມ; ຂວານ ທີ່ເອົາໄປສັບໃສ່ສິ່ງຂອງໃດໜຶ່ງ ຕົວຢ່າງ: ເອົາສຽມສັບລົງດິນ; ເອົາພ້າສັບຕົ້ນໄມ້; ຂວານສັບຕົ້ນໄມ້ ໝາຍເຖິງສັບຄ້າງໄວ້ ປະໄວ້ ແຕ່ບໍ່ຖອດອອກ ແຕ່ບໍ່ເຖິງຂັ້ນວ່າຜ່າໃຫ້ແຕກອອກຈາກກັນ ມັນເປັນພຽງເຮັດໃຫ້ສຽມຄາຕັ້ງດ້າມສຽມໄວ້;ເຮັດໃຫ້ພ້າ ແລະ ຂວານສັບໃສ່ຕົ້ນໄມ້ເພື່ອບໍ່ໃຫ້ຕົກສົງດິນເວລາຈະໃຊ້ຈະໄດ້ໄປຈັບເອົາງ່າຍ ກໍ່ເທົ່ານັ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments