top of page
Search

ອະ​ທິ​ບາຍຄວາມ​ໝາຍ​ຂອງ​ຄຳ​ວ່າ​ ​ຈູບ ​ໃນ​ພາ​ສາ​ລາວ.

  • Writer: Superphil Phil
    Superphil Phil
  • Oct 1, 2020
  • 1 min read

Updated: Oct 23, 2020

ອະ​ທິ​ບາຍຄວາມ​ໝາຍ​ຂອງ​ຄຳ​ວ່າ​ ​ຈູບ ​ໃນ​ພາ​ສາ​ລາວ.

ພາສາລາວໃນ​ຕອນ​ນີ້ຈະມາ​ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ຈູບ, ເນືອງ​ຈາກວ່າ​ຄວາມ​ໝາຍ​ຂອງ​ຄຳ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ວ່າ​ເປັນ​ການ​ສະ​ແດງ​ຄວາມ​ຮັກ​ແພງ​ກັນ ແລະ ກັນ ເທົ່າ​ນັ້ນ, ໃນ​ພາ​ສາ​ລາວຍັງ​ສາ​ມາແປ​ໄປ​ໄດ້​ຫລາຍໆ​ຄວາມ​ໝາຍ​ທັງ​ຄຳ​ນາມ​ຄຳ​ກຳ​ມະ ແລະ ອື່ນໆ​ເຊິງ​ເຮົາ​ຈະ​ເອົາ​ຄວາມ​ໝາຍ​ຕ່າງໆ​ມາອ​ະ​ທິ​ບາຍ​ໃຫ້​ຮູ້​ໄປ​ນຳ​ກັນ, ໃນ​ບົດ​ນີ້​ຈະ​ອີງຕາມ​ວັດ​ຈະ​ນາ​ນຸ​ກົມມາ​ອະ​ທິ​ບາຍ ແລະ ໃຫ້​ຄວາມ​ໝາຍ​ຂອງ​​ຄຳ​ດັ່ງ​ນີ້. ຄຳ​ວ່າ ຈູບ.

Kajaelao

ຄວາມ​ໝາຍ​ທີ່ 1. ແມ່ນ​ຊື່​ຫອຍ​ສະ​ນິ​ດ​ໜຶ່ງ ໜ່ວຍ​ນ້ອຍ​ກົ້ນ​ແຫລມ ມີ​ຕາມ​ຫ້ວຍ​ຕາມ​ໜອງ ເອີ້ນ​ວ່າ ຫອຍ​ຈູບ ບາງ​ເຂດ​ກໍ​ເອີ້ນ​ວ່າ ຫອຍ​ຂົມ, … ຄວາມ​ໝາຍ​ທີ່ 2. ດຶງ, ດູດ, ການ​ດຶງ​ດູດ​ເຂົ້າ​ຫາ​ກັນ…. ຄວາມ​ໝາຍ​ທີ່ 3. ການ​ໃຊ້​ປາກ​ຈູບ ຫລື ດົມ​ດ້ວຍ​ຄວາມ​ຮັກ ເອີ້ນ​ວ່າ ຈູບ, ໃຊ້​ປາກ​ດູດ​ສິ່ງ​ໃດ​ສິ່ງ​ໜຶ່ງ ຕົວຢ່າງ: ວານ​ນີ້​ແມ່​ຂ້ອຍ​ໄປ​ໜອງ​ຊອກ​ຫາ​ຫອຍ​ຈູບ​ມາ​ກິນ. ຫລາຍ​ຂ້ອຍ​ຫລິ້ນ​ເຫລັກ​ກ້າ​ສອງ​ໜ່ວຍ ເຮັດ​ມັນ​ຈູບ​ເຂົ້າ​ຕິດ​ກັນ. ປ້າ​ຂ້ອຍ​ລາວ​ຮັກ​ຫລານ​ແພງ​ຫລານ​ແຮງ ເຫັນ​ເທືອ​ໃດ​ແລ້ວ​ຈູບ​ຫລານ​ຈົນ​ວ່າ​ແກ້ມ​ເປື້ອນ​ນ້ຳ​ລາຍ​ໄປ​ເລີຍ. ​​ຄຳ​ວ່າ ຈູບ ມີ​ຄວາມ​ໝາຍແນວ​ໃດ​ແດ່ໃນ​ພາ​ສາ​ລາວ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​  Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page