ອະທິບາຍຄວາມໝາຍຂອງຄຳວ່າ ຂຸ້ນ ແລະ ຄຸ້ນ ໃນພາສາລາວ.
- Superphil Phil
- Oct 1, 2020
- 1 min read
Updated: Oct 19, 2020
ອະທິບາຍຄວາມໝາຍຂອງຄຳວ່າ ຂຸ້ນ ແລະ ຄຸ້ນ ໃນພາສາລາວ.
ພາສາລາວໃນຕອນນີ້ຈະເອົາຄໍາສັບທີ່ອອກສຽງຄ້າຍຄືກັນ, ເປັນຄຳທີ່ຫລາຍຄົນຍັງໃຊ້ຜິດໃຊ້ຖືກຢູ່ນັ້ນກໍຄືຄໍາວ່າ: ຂຸ້ນ ແລະ ຄຸ້ນ ເຊິງສອງຄໍານີ້ແມ່ນຖ້າຈະເວົ້າເຖິງການອອກສຽງແມ່ນຄ້າຍຄືກັນ ຕ່າງແຕ່ສຽງສູງ ແລະ ສຽງຕ່ຳ ອາດຍ້ອນວ່າແຕ່ລະເຂດຈະໃຊ້ຄຳເວົ້າສຳນຽງບໍ່ຄືກັນເລີຍເຮັດໃຫ້ບາງຄົນຍັງໃຊ້ຜິດພາດກັນຢູ່, ໃນບົດນີ້ຈະອີງຕາມວັດຈະນານຸກົມມາອະທິບາຍ ແລະ ໃຫ້ຄວາມໝາຍຂອງແຕ່ລະຄຳດັ່ງນີ້.

ຄຳວ່າ ຂຸ້ນ ມີຄວາມໝາຍວ່າ ວຸ່ນວາຍ, ຂ້ຽວເຂັນ, ຄົນທີ່ຖືກຜູ້ມີອຳນາດຂົ່ມຂູ່ຂ້ຽວເຂັນໃຫ້ເກີດມີຄວາມວຸ້ນວາຍເອີ້ນວ່າໃຈຂຸ້ນ, ຂຸ້ນຂ້ອງ, ເກືອບແຫ້ງ, ໃກ້ຈະແຫ້ງ, ນ້ຳມັນໝູຖືກຄວາມເຢັນມັນຈະຂຸ້ນເຂົ້າ ເອີ້ນວ່ານ້ຳມັນຂຸ້ນ, … ຕົວຢ່າງ: ເຈົ້າຕົ້ມນ້ຳກະທິຂຸ້ນໝົດແລ້ວຕີ໋? ຂ້ອຍກ່ຳລັງຂຸ້ນຂ້ຽວເຮັດວຽກ, ຫົວຫນ້າເລັ່ງສົ່ງລາຍງານມື້ນີ້. ໃກ້ຊິໝົດເວລາໃນການສອບເສັງແລ້ວ, ຂ້ອຍຂຸ້ນຂ້ຽວເຮັດບົດເສັງໃຫ້ແລ້ວ.
ຄໍາວ່າ ຄຸ້ນ. ມີຄວາມໝາຍວ່າ ບໍ່ແຄະ, ຮູ້, ບໍ່ແຫ, ງົວຄວາຍທີ່ເຮົາຝຶກແອບຈົນຮູ້ຄວາມ, ເຊື້ອງ ຕົວຢ່າງ: ໂອຄວາຍຂ້ອຍຈັງແມ່ນແຫ, ບາດຄວາຍເຈົ້າແລ້ວຄຸ້ນແທ້ເນາະ. ໄກ່ໂຕນີ້ໄລ່ຈັ່ງໃດກໍບໍ່ໜີຈັງແມ່ນຄຸ້ນແທ້. ການນຳໃຊ້ ຄຳວ່າ ຂຸ້ນ ແລະ ຄຸ້ນ ມີຄວາມໝາຍຕ່າງກັນແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
コメント