top of page
Search

​ອະ​ທິ​ບາຍຄໍາວ່າ: ຮວມ, ລວມ, ຮວບ ລວບ ຈາກບ​ລັອກ​ຂອງ ປັນຍາສິນ

  • Writer: Superphil Phil
    Superphil Phil
  • Mar 31, 2020
  • 1 min read

ເປັນ​ບົດ​ຄວາມ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ອະ​ທິ​ບາຍຄໍາວ່າ: ຮວມ, ລວມ, ຮວບ ລວບ ຈາກບ​ລັອກ​ຂອງ ປສ ປັນຍາສິນ ເຊິງ​ລາວ​ໄດ້ອະທິບາຍ​ໄວ້​ໃນຄໍາສັບດັ່ງກ່າວນີ້​ວ່າ,

ຖ້າເອົາຕາມຫຼັກແລ້ວ ແມ່ນຖືກຕາມທີີ່ຂ້າພະເຈົ້າຍົກມາໃຫ້ເຫັນຂ້າງເທິງນັ້ນ. ແຕ່ກໍພໍເຂົ້າໃຈຢູ່, ຖ້າທ່ານໃດສຶກສາດ້ານພາສາສາດກໍຈະເຂົ້າໃຈໃນເລຶ່ອງຄວາມແຕກຕ່າງລະຫວ່າງ ວັດທະນະທໍາພາສາແຕ່ລະທ້ອງຖິ່ນ, ແຕກຕ່າງດ້ານສໍານຽງສຽງເວົ້າ. ພາສາລາວກໍເຊັ່ນກັນ. ໃນກໍລະນີຄໍາວ່າ ຮວມ, ລວມ, ຮວບ, ລວບ ນີ້ກໍບໍ່ຕ່າງຫຍັງກັບ ຄໍາວ່າ ຮ້ອຍ ລ້ອຍ, ແຮກ ແລກ, ຮຸ້ນ ລຸ້ນ. ບັນຫາຂອງຄໍາດັ່ງກ່າວນີ້ຕ້ອງສຶກສາ ວິທີແຜງຄໍາຈຶ່ງຈະເຂົ້າໃຈວ່າ ເຫດໃດນັກປາດເພິ່ນຈຶ່ງແນະນໍາໃຫ້ໃຊ້ຄໍາໃດ ແລະບໍ່ໃຫ້ໃຊ້ຄໍາໃດເຊັ່ນເພິ່ນລະບຸໄວ້ໃນປຶ້ມໄວຍາກອນ, ພາກ: ວິທິຂຽນໜັງສືລາວໃຫ້ຖືກ.

ວິທີແຜງຄໍາທີ່ກ່າວຂ້າງເທິງນັ້ນຫຼາຍທ່ານພໍເຂົ້າໃຈແລ້ວຕີເນາະວ່າສະໄຫມບູຮານ, ທຸກຄໍາໂດດຄໍາດ່ຽວ ທີ່ຫັ້ນລີ້ນດ້ວຍຕົວ ຣ ທີ່ຢືມມາໃຊ້ໃນພາສາລາວເພິ່ນຈະແຜງມາເປັນ ຮ ຫຼື ລ ຕາມສໍານຽງລາວ.  ຄໍາໂດດ ຄໍາດ່ຽວທີ່ກ່າວເຖິງນັ້ນແມ່ນສ່ວນໃຫຍ່ມາຈາກຄໍາ ມອນ, ຂອມ, ຂະເໝນ ແລະບາງພາກສ່ວນມາຈາກພາສາເຜົ່າບູຮານຂອງລາວເຮົາ. ມີຫຼາຍວິທີທີ່ຈະສາມາດຮູ້ວ່າຄໍາໃດຢືມ ຫຼືບໍ່ຢືມ, ແລະວິທີໜຶ່ງກໍ່ຄືທຽບໃສ່ ຄໍາທີ່ໄທຍເຂົາໃຊ້ກັນ. ຖ້າຄໍາໃດ ລາວເຮົາອອກສຽງ ຮ ຫຼື ລ, ແຕ່ໄທຍ ອອກສຽງ ຣ, ຄໍານັ້ນແມ່ນຄໍາຢືມມາຈາກ ມອນ, ຂອມ, ຫຼືຂະເໝນ. ແລະເຄົ້າສຽງແມ່ນ ຣ ເພາະໄທຍເຂົາບໍ່ແຜງ ຣ ເປັນ ຮ ຫຼື ລ ຄືລາວເຮົາ, ເຂົາຈະຮັກສາເຄົ້າສຽງແລະສະກົດຕາມເຄົ້າເລີຍ. 


ກ້ຽວມາເວົ້າເຖິງ ຮວມ, ລວມ, ຮວບ ແລະລວບ ບາດນິ. ຮວມ ແລະ ລວມ ມາຈາກ “ຣວມ” (ໃຫ້ເບິ່ງ ຣວມ ໃນ ພາສາໄທຍ.) ລາວເຮົາແຜງ ຣ ເປັນ ຮ ແລະ ລ, ຮວມ ລວມ, ໃນປື້ມໄວຍາກອນ ລຸງພຸມມີ ບອກວ່າ ຮວມ ຜິດ, ລວມ ຖືກ. ຂໍ້ນີ້ຂ້າພະເຈົ້າຄິດວ່າ ສະໄໝບູຮານຈະໃຊ້ຄໍາວ່າ ຮວມຫຼາຍກວ່າ. ສ່ວນຄໍາວ່າ ລວມ ແມ່ນຜ້ຽນຈາກ ສໍານຽງໄທຍ ຣ ຣວມ ຕາມເຄົ້າສັບ. ຖາມວ່າ ຜິດບໍ່?ຕາມຄວາມເປັນຈິງແລ້ວ ໃນເມື່ອ ເຮົາມີ ຫຼັກແຜງ ຣ ເປັນ ຮ ແລະ ລ,ດັ່ງນັ້ນ ການແຜງ ຣວມ ເປັນ ລວມ ກໍບໍ່ຜິດ.

ແລະຈະວ່າ ຮວມ ຜິດກໍບໍ່ຖືກ ເພາະ ເຮົາເຫັນແຈ້ງແລ້ວ ວ່າຄໍານີ້ເຫັນໃຊ້ກັນໃນວັນນະຄະດີບູຮານ. ອີກຄໍາໜຶ່ງທີ່ອາດກ່ຽວຂອງແລະມີເຄົ້າດຽວກັບ ຮວມ ກໍ່ຄື ໂຮມ. ແຕ່ມື້ໜ້າຄ່ອຍເວົ້າເລຶ່ອງ ໂຮມ ເນາະ. ເພາະ ຂຽນຍາວຫຼາຍແລ້ວ….

ສ່ວນຄໍາວ່າ ຮວບ ແລະ ລວບ, ຄໍານີ້ກໍ່ໃຫ້ເບິ່ງໃນພາສາໄທຍ “ຣວບ” ເຊັ່ນກັນ. ໄປໃນກໍລະນີດຽວກັບທີ່ໄດ້ອະທິບາຍມາຂາງເທິງນັ້ນ. ຄໍາບູຮານ ແມ່ນ ໂຮບ ແລະ ຮວບ. ແຜງຈາກ ຣວບ. ລວບ ເດ ຜິດບໍ່? ກະບໍ່ຜິດ ຖ້າອີງໃສ່ ຫຼັກການແຜງ ຣ ເປັນ ຮ ແລະ ລ.

ອັນນີ້ຕ້ອງຂຶ້ນຢູ່ກັບວັດທະນະທໍາໃນການໃຊ້ຄໍາສັບ. ບໍ່ຕ່າງຫຍັງກັບ ຮ້ອຍ ລ້ອຍ, ໂຮງ ໂລງ. ແຮກ ແລກ, ຄໍາເຫຼົ່ານີ້ຕົກຢູ່ໃນກໍລະນີດຽວກັນທັງນັ້ນ.  ອ່ານໂຮມ, ຮວບ, ໂຮບ, ແລະຮວມ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: ປສ ປັນຍາສິນ

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page