top of page
Search

ອະ​ທິ​ບາຍຄໍາວ່າ: ສາງ ກັບ ຊາງ ​ໃນພ​າ​ສາ​ລາວ

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ອະ​ທິ​ບາຍຄໍາວ່າ: ສາງ ກັບ ຊາງ ​ພ​າ​ສາ​ລາວມີຄວາມໝາຍວ່າແນວໃດ ? ຄົນຕ່າງຊາດທີ່ມາຮຽນພາສາລາວບາງເທື່ອອາດຈະມີຄວາມສັບສົນໃນການຟັງ ແລະ ການອອກສຽງພະຍັນຊະນະສຽງສູງ ກັບ ສຽງຕໍ່າ ດັ່ງ “ສ” ກັບ “ຊ” ບາງຄົນອາດຈະຄິດວ່າອອກສຽງຄືກັນແຕ່ຄວາມຈິງມີຄວາມແຕກຕ່າງກັນໃນການອອກສຽງ.

ຄວາມໝາຍຂອງຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍແຕກຕ່າງກັນໄປຄົນລະຄວາມໝາຍເຊັ່ນ: ສາງ ມີຫຼາຍຄວາມໝາຍຄື: ສະຖານທີ່ ຫຼື ເຮືອນໃຫຍ່ ທີ່ໃຊ້ເກັບ ຫຼື ກັກມ້ຽນວັດຖຸສິ່ງຂອງຈໍານວນຫຼວງຫຼາຍ ເພື່ອນໍາເອົາໄປໃຊ້ເທື່ອລະນ້ອຍ ຫຼື ຫຼາຍຕາມຄວາມຕ້ອງການ ເຊັ່ນ: ສາງເຂົ້າ,ສາງນໍ້າມັນ,ສາງເກັບສິນຄ້າ,ສາງອາວຸດ… ຜີ,ຜີແກ່(ຜີສາງຄາງແດງ),ເສືອໃຫຍ່. ຫວີ ເປັນວັດຖຸທີ່ມີແຂ້ວ ເພື່ອເອົາໄວ້ຂູດຂອງເປັນເສັ້ນ ເຊັ່ນ: ເສັ້ນຜົມ,ເສັ້ນຝ້າຍ ເອົາມາຂູດ ມາຫວີ ມາສາງ ເຮັດໃຫ້ສິ່ງທີ່ເປັນເສັ້ນແຍກອອກຈາກກັນຢ່າງເປັນລະບຽບ ບໍ່ຫຍຸ້ງ ບໍ່ພັນກັນ ຕົວຢ່າງ: ຫຍ້າຄາກ່ອນທີ່ຈະເອົາມາໃຊ້ມຸງຫຼັງຄາຕ້ອງກ່ຽວເອົາມາຕາກແດດໃຫ້ແຫ້ງແລ້ວຈຶ່ງເອົາມາສາງ ຫຼື ແຍກອອກຈາກກັນ ໃຫ້ເປັນລະບຽບເສຍກ່ອນ ກ່ອນມາໄພມາໃຊ້… ພາສາລາວຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍວ່າແນວໃດ ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page