top of page
Search

ອະ​ທິ​ບາຍຄໍາວ່າ ພະລັງງານ ແລະ ຄວາມ​ໝາຍ​ຂອງ​ຄຳ

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ອະ​ທິ​ບາຍຄໍາວ່າ ພະລັງງານ ແລະ ຄວາມ​ໝາຍ​ຂອງ​ຄຳ

ພາ​ສາ​ລາວ​ມີ​ຫລາຍໆ​ຄຳ ທີ່​ຄ້າຍ​ຄື ແລະ ໃກ້​ຄຽງ​ກັບ​ພາ​ສາ​ໄທ​ເຊິງ​ຖ້າ​ຫາກ​ເວົ້າ​ຂື້ນ​ມາ​ປະ​ຊາ​ຊົນ​ທັງ​ສອງ​ຝັ່ງ​ຂອງ​ສາ​ມາດ​ຮູ້​ໄດ້​ເຖິງ​ຄວາມ​ໝາຍ ແລະ ເຂົ້າ​ໃຈ​ໄດ້, ແລະ ຄຳ​ນີ້​ກໍ່​ໜ້າ​ຈະ​ເປັນ​ຄຳ​ໜືງ​ທີ່​ຄື​ກັນ​ທັງ​ຄວາມ​ໝາຍ ແລະ ພາ​ສາເວົ້າ.


ພາສາລາວ ກັບ ພາສາໄທ ຄໍາວ່າ: ພະລັງງານ (พลังงาน) ທັງການອອກສຽງ ແລະ ການແປຄວາມໝາຍໄປທາງແນວດຽວກັນ ໃນນີ້ພະລັງງານພາສາລາວມີຄວາມໝາຍວ່າ: ເປັນກໍາລັງທີ່ໃຊ້ໃຫ້ເກີດປະໂຫຍດໄດ້,ແມ່ນກໍາລັງແຮງທີ່ສະແດງຕົວອອກໃນທາງຟີຊິກ ໝາຍເຖິງແຮງຕ່າງໆທີ່ເຮັດໃຫ້ມີການເຄື່ອນທີ່ເໜັງຕີງ ຫຼື ຮູບການທຽບເທົ່າອື່ນໆເຊັ່ນ: ໃຫ້ຄວາມຮ້ອນ ຫຼື ແສງສະຫວ່າງ. ພະລັງງານມີຫຼາຍຊະນິດເຊັ່ນ:ພະລັງງານໄຟຟ້າ,ພະລັງງານປະລາມະນູ,ພະລັງງານແສງແດດ(ພະລັງງານແສງອາທິດ),ພະລັງງານນໍ້າຕົກ,ພະລັງງານເຄມີ,ພະລັງງານໄບໂອເຄມີ,ພະລັງງານແຄລໍຣີ. ພະລັງງານຊະນິດໜຶ່ງສາມາດນໍາໃຊ້ ແລະ ປ່ຽນຮູບເພື່ອນໍາໃຊ້ເຊັ່ນ: ພະລັງງານໄຟຟ້າປ່ຽນເປັນພະລັງງານອຸນຫະພູມຫຼືແສງ(ເຕົາລີດໄຟຟ້າ,ດອກໄຟ) ພະລັງງານແຕ່ລະຊະນິດມີຫົວໜ່ວຍວັດແທກຕ່າງກັນແຕ່ສາມາດຄິດໄລ່ທຽບເທົ່າກັນໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page