top of page
Search

ອະ​ທິ​ບາຍຄໍາວ່າ ​ພ​ະ​ລະ ແລະ ພາ​ລະ ມີ​ຄວາມ​ໝາຍ​​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 19, 2020
  • 1 min read

Updated: Oct 22, 2020

ອະ​ທິ​ບາຍຄໍາວ່າ ​ພ​ະ​ລະ ແລະ ພາ​ລະ ມີ​ຄວາມ​ໝາຍ​​ແນວ​ໃດ? ໃນ​ພາ​ສາ​ລາວ​​ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ ແລະ ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ, ແຕ່​ຄວາມ​ໝາຍ​ຂອງ​ຄຳ​ແມ່ນ​ແຕກ​ຕ່າງ​ກັນ, ການ​ສະ​ກົດ​ຜິດ​ອາດ​ເຮັດ​ໃຫ້​ໄດ້​ຄວາມ​ໝາຍ​ອື່ນ​ໄປ ແລະ ອາດ​ເຮັດ​ໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ຜິດ​ໄປ​ໄດ້​ຫາ​ບໍ່​ສືກ​ສາ​ເຂົ້າ​ໃຈ​ແບບ​ລະ​ອຽດ​ແທ້.  ພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍ​ທີ່​ແຕກ​ຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນ​ບົດ​ນີ້​ຈະ​ຍົກ​ເອົາຄໍາວ່າ: ​ພະລະ ແລະ ພາ​ລະ ມາ​ອະ​ທິ​ບາຍ ສອງ​ຄຳ​ນີ້ລ້ວນແຕ່ເປັນຄຳມາຈາກພາສາປາລີ ມີຄວາມແຕກຕ່າງກັນພຽງ “ພະ ແລະ ພາ” ເທົ່ານັ້ນ ແຕ່ກໍເຮັດໃຫ້ຫຼາຍຄົນສັບສົນບໍ່ໜ້ອຍ.ເຊິງສອງຄໍາຫຼາຍຄົນ​ອາດ​ຈະ​ຫລົງ​ກັນ, ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ເປັນ​ເອ​ກະ​ພາບ​ກັນ ເຮົາຈະ​ມາອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ແຕ່​ລະ​ຄຳ​ໂດຍ​ການ​ອ້າງ​ອີງ​ຈາກວັດ​ຈະ​ນາ​ນຸ​ກົມ​ລາວ​ທີ່​ຄົ້ນ​ພົບ.


https://doodido.com/
DooDiDo

ຄຳ​ວ່າ ​ພະ​ລະ ທີ່ມີ “ພະ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງ ການໃຊ້ກຳລັງ, ເຫື່ອແຮງ, ກຳລັງແຮງ ເຊັ່ນ: ພະລະສຶກສາ, ວິຊາພະລະ, ພະລະກຳລັງ, ພະລານາໄມ, ພະລະ…. ເຮົາມັກໄດ້ຍິນຄູບາອາຈານໃຫ້ພອນວ່າ “ອາຍຸ ວັນນະ ສຸຂະ ພະລະ ຫຼື ພະລັງ”. ພະ​ລະ ຍັງມີຄວາມໝາຍວ່າ “ຄົນ” ແຕ່ແປງມາເປັນ “ພົນ” ເຊັ່ນ ຈຳນວນພົນ, ພົນລະເມືອງ… ຕົວຢ່າງ: ການ​ທີ່​ຈະ​ຫລິ້ນ​ກິ​ລາ​ເຕະ​ບານ​ນີ້, ຖ້າ​ຂາ​ພະ​ລະ​ກ່ຳ​ລັງ​ກໍ​ຈະ​ຫລິ້ນ​ດົນ​ບໍ່​ໄດ້. ເຫັນ​ລູກ​ເວົ້າ​ບໍ່​ຟັງ​ແມ່​ເລີຍ​ໝົດ​ພະ​ລະ​ກຳ​ລັງ​ຈະ​ບອກ​ສອນ​ລູກ​ຕໍ່​ໄປ. ຄໍາວ່າ ພາ​ລະ. ມີ “ພາ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງວຽກງານ, ສິ່ງທີ່ຕ້ອງເຮັດ, ໜ້າທີ່… ເຊັ່ນ: ພາລະກິດ, ມີພາລະຫຼາຍ, ເປັນພາລະ, ພາລະບົດບາດ, ພາລະຂອງຄູ, ພໍ່ແມ່ມີພາລະຕ້ອງເບິ່ງແຍງລູກເຕົ້າ.​ພາສາໄທ​ຂຽນ​ “ภาระ” ພາ​ລະ ຍັງມີຄວາມໝາຍວ່າ “ຄົນຊົ່ວ” ແຕ່ແປງມາເປັນ “ພານ” ເອີ້ນວ່າ ຄົນພານ… (พาล) ຕົວຢ່າງ: ​ຕັ້ງ​ໃຈ​ຮຽນ​ເດີ​, ບາດ​ຈົບ​ມາ​ມີ​ວຽກ​ງານ​ເຮັດ​ຈຶ່ງ​ບໍ່​ເປັນ​ພາ​ລະ​ຂອງ​ພໍ່​ແມ່. ມື້​ນີ້​ທິມ​ງານ​ເຮົາ​ມີ​ພາ​ລະ​ກິດ​ອີ່​ຫຍັງ​ແດ່? ຄໍາວ່າ ​ພະ​ລະ ແລະ ພາ​ລະ ມີ​ຄວາມ​ໝາຍ​ແນວ​ໃດ​ໃນ​ພາ​ສາ​ລາວ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Doodido.

 
 
 

Коментарі


© 2023 by NOMAD ON THE ROAD. Proudly created with Wix.com

bottom of page